ສ.ເກົາຫຼີ, ອາເມລິກາ ຊອກຫາມາດຕະການພື້ນຖານໃຫ້ແກ່ບັນຫານິວເຄຼຍຂອງ ສປປ ເກົາຫຼີ

(VOVWORLD) -2 ຝ່າຍເຫັນດີຕໍ່ບັນດາຍຸດທະສາດລວມເພື່ອແນໃສ່ແກ້ໄຂພື້ນຖານກ່ຽວກັບບັນຫານິວເຄຼຍ ໃນແຫຼມ ເກົາຫຼີ. ຮອງລັດຖະມົນຕີທັງ 2 ທ່ານກໍ່ເຫັນດີຈະສືບຕໍ່ບັນດາຄວາມມານະພະຍາຍາມແກ້ໄຂບັນຫາດ້ວຍວິທີນຳໃຊ້ 2 ມາດຕະການລົງໂທດ ແລະ ກໍ່ຄວາມກົດດັນ. 

ສ.ເກົາຫຼີ, ອາເມລິກາ ຊອກຫາມາດຕະການພື້ນຖານໃຫ້ແກ່ບັນຫານິວເຄຼຍຂອງ ສປປ ເກົາຫຼີ - ảnh 1 ຮອງລັດຖະມົນຕີການຕ່າງປະເທດ ສ. ເກົາຫລີ ແລະ ອາເມລິກາ ໃນການພົບປະເມື່ອວັນທີ 14 ມິຖຸນາ

(ພາບ:  AFP/TTXVN)

ທີ່ກອງປະຊຸມຈັດກຽມໃຫ້ການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump ຄາດວ່າຖືກດຳເນີນໃນວັນທີ 29 -30 ມິຖຸນາ, ຢູ່ ວໍຊິງຕັນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ ແລະ ອາເມລິກາ ໄດ້ສະແດງຄວາມຫວັງວ່າ ການພົບປະຈະແມ່ນກາລະໂອກາດໃຫຍ່ ໃຫ້ 2 ຝ່າຍເຫັນດີຕໍ່ບັນດາຍຸດທະສາດລວມເພື່ອແນໃສ່ແກ້ໄຂພື້ນຖານກ່ຽວກັບບັນຫານິວເຄຼຍ ໃນແຫຼມ ເກົາຫຼີ. ຮອງລັດຖະມົນຕີທັງ 2 ທ່ານກໍ່ເຫັນດີຈະສືບຕໍ່ບັນດາຄວາມມານະພະຍາຍາມແກ້ໄຂບັນຫາດ້ວຍວິທີນຳໃຊ້ 2 ມາດຕະການລົງໂທດ ແລະ ກໍ່ຄວາມກົດດັນ. ໃນຄວາມມານະພະຍາຍາມຊຸກຍູ້ສະພາບການ ສປປ ເກົາຫຼີ, ວົງການເຈົ້າໜ້າທີ່ການທູດ 2 ປະເທດ “ເນັ້ນໜັກໃຫ້ຄຳໝັ້ນສັນຍາແບບຍືນຍົງຂອງທັງ 2 ປະເທດສຳລັບການພົວພັນພັນທະມິດ ແລະ ຄູ່ຮ່ວມມືເພື່ອແນໃສ່ປ້ອງກັນບໍ່ພຽງແຕ່ໃຫ້ປະຊາຊົນ ສ ເກົາຫຼີ ເທົ່ານັ້ນ ຫາກຍັງນັບທັງບັນດາກຳລັງພັນທະມິດຕັ້ງທັບຢູ່ທີ່ນີ້, ບັນດາຄູ່ຮ່ວມມືປ້ອງກັນຄວາມສະຫງົບສຳຄັນອື່ນໆ ແລະກ່ວານັ້ນອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ