ສ.ເກົາຫຼີ - ອາເມລິກາ ດຳເນີນການຊ້ອມຮົບຮ່ວມດ້ານກອງທັບອາກາດ

(VOVWORLD) -ກຳລັງກອງທັບອາກາດຂອງປະເທດນີ້ ແລະ ອາເມລິກາ ພວມດຳເນີນບັນດາການຊ້ອມຮົບຮ່ວມໃນອາທິດນີ້.

ວັນທີ 23 ເມສາ, ວົງການທະຫານສ.ເກົາຫຼີ ໃຫ້ຮູ້ວ່າ, ກຳລັງກອງທັບອາກາດຂອງປະເທດນີ້ ແລະ ອາເມລິກາ ພວມດຳເນີນບັນດາການຊ້ອມຮົບຮ່ວມໃນອາທິດນີ້. ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, ກອງທັບອາກາດສ.ເກົາຫຼີ ແລະ ບັນດາກຳລັງອາເມລິກາ ທີ່ຕັ້ງທັບຢູ່ສ.ເກົາຫຼີ ໄດ້ເລີ່ມດຳເນີນການຊ້ອມຮົບຮ່ວມ ຂັ້ນຝູງບິນ ນັບແຕ່ວັນ ທີ 20 ເມສາ ຜ່ານມາ ແລະ ຈະແກ່ຍາວໄປຮອດວັນທີ 24 ເມສາ. ເຈົ້າໜ້າທີ່ສັງກັດກຳລັງກອງທັບອາກາດ ສ.ເກົາຫຼີ ທ່ານໜຶ່ງໃຫ້ຮູ້ວ່າ: “ນີ້ແມ່ນບັນດາການຊ້ອມຮົບຮ່ວມທີ່ເປັນແບບຢ່າງ, ໄດ້ດຳເນີນໃນແຕ່ລະປີເພື່ອແນໃສ່ປັບປຸງກຳລັງຄວາມສາມາດປະຕິບັດບັນດາການເຄື່ອນໄຫວລວມຂອງ  ສອງຝ່າຍ. ເວລາ ແລະ ຂອບຂະໜາດຂອງການຊ້ອມຮົບຄັ້ງນີ້ ກໍ່ຄ້າຍຄືກັນກັບບັນດາການຊ້ອມຮົບໃນຊຸມປີກ່ອນນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ