ສ.ເກົາຫຼີ - ອາເມລິກາ ອອກຂໍ້ຕົກລົງໂຈະປະກາດແຜນການຊ້ອມຮົບຮ່ວມ

(VOVWORLD) - ວັນທີ 08 ກຸມພາ, ແຫຼ່ງຂ່າວຈາກລັດຖະບານ ສ.ເກົາຫຼີ ໄດ້ໃຫ້ຮູ້ວ່າ:
ສ.ເກົາຫຼີ - ອາເມລິກາ ອອກຂໍ້ຕົກລົງໂຈະປະກາດແຜນການຊ້ອມຮົບຮ່ວມ - ảnh 1 ພົນທະຫານ ອາເມລິກາ ແລະ ສ.ເກົາຫຼີ (ພາບ: army.mil)

ສ.ເກົາຫຼີ ແລະ ອາເມລິກາ ໄດ້ຕົກລົງໂຈະປະກາດແຜນການຈັດຕັ້ງບັນດາການຊ້ອມຮົບຮ່ວມໃນ 6 ເດືອນຕົ້ນປີ 2019 ຈົນເຖິງເວລາສິ້ນສຸດກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ, ຄາດວ່າ ຈະດຳເນີນໃນທ້າຍເດືອນນີ້. ແຫຼ່ງຂ່າວດັ່ງກ່າວຊີ້ແຈ້ງວ່າ: ແຜນການຈັດຕັ້ງບັນດາການຊ້ອມຮົບຮ່ວມໃນ 6 ເດືອນຕົ້ນປີ 2019 ຈະໄດ້ປະກາດພາຍຫລັງສິ້ນສຸດກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ