ການປະກາດບັນຊີລາຍຊື່ໂຮງໝໍ 24 ແຫ່ງທີ່ກ່ຽວຂ້ອງເຖິງ MERS
(ພາບ: Yonhap/TTXVN)
|
(vovworld) – ວັນທີ 7/6, ລັດຖະບານ ສ. ເກົາຫຼີ ໄດ້ປະກາດບັນຊີລາຍຊື່ໂຮງໝໍ 24 ແຫ່ງທີ່ກ່ຽວຂ້ອງເຖິງ ໂລກພະຍາດອັກເສບລະບົບຫາຍໃຈຢູ່ເຂດຕາເວັນອອກກາງ (MERS) ໃນສະພາບການໂລກພະຍາດດັ່ງກ່າວມີການຜັນແປຢ່າງຮ້າຍແຮງຢູ່ປະເທດນີ້. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານຮອງນາຍົກລັດຖະມົນຕີ ສ. ເກົາຫຼີ Choi Kyung – hwan ເວົ້າວ່າ: ເລື່ອງປະກາດບັນຊີລາຍຊື່ບັນດາໂຮງໝໍນີ້ແມ່ນການກະທຳທີ່ຖືກຕ້ອງ ເພື່ອຜົນປະໂຫຍດຂອງປະຊາຊົນ, ແນໃສ່ຮັບປະກັນຄວາມປອດໄພໃຫ້ເຂົາເຈົ້າ. ແລະກໍ່ໃນວັນດຽວກັນ, ມີ 14 ກໍລະນີຕື່ມອີກໄດ້ຮັບຮູ້ວ່າຕິດໂລກພະຍາດ MERS, ໃນນັ້ນມີຜູ້ໜຶ່ງເສຍຊີວິດ, ຍົກຍອດຈຳນວນຜູ້ຕິດໂລກພະຍາດ MERS ຢູ່ ສ. ເກົາຫຼີ ຂຶ້ນເຖິງ 64 ກໍລະນີ ແລະ ມີຜູ້ເສຍຊີວິດທັງໝົດ 5 ຄົນ.