ສເກົາຫລີມີຄວາມວິຕົກກັງວົນຕໍ່ບັນດາການຜັນແປເຄັ່ງຕຶງບົນທະເລຕາເວັນອອກ

ສເກົາຫລີມີຄວາມວິຕົກກັງວົນຕໍ່ບັນດາການຜັນແປເຄັ່ງຕຶງບົນທະເລຕາເວັນອອກ - ảnh 1
ທ່ານ​ຟ້າ​ມບີ​ງມີ​ງ ​ໄດ້​​ຕ້ອນຮັບທ່ານ Tae Yong
ພາບ:chinhphu.vn


(vovworld)-ຕອນ​ບ່າຍ​ວັນ​ທີ 29/5/2014, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ໄດ້​​ຕ້ອນຮັບທ່ານ Cho Tae Yong ​ຮອງ​ລັດຖະມົນຕີ​ທີ​ຫນຶ່ງ ກະຊວງ​ການ​ຕ່າງປະ​ເທດ ສ​ເກົາຫລີ. ທີ່​ການ​ຕ້ອນຮັບ, ທ່າ​ນຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຢັ້ງຢືນ​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ ​ສ​ເກົາຫລີ ສືບ​ຕໍ່​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ເປັນ​ປົກກະຕິ, ຍາວ​ນາ​ນຢູ່​ຫວຽດນາມ. ທ່າ​ນຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​      ​ສະ​ເຫ​ນີສອງ​ຝ່າຍ​ສຳ​ເລັດ​ສັນຍາ​ການ​ຄ້າ​ເສລີ (FTA) ​ໃນ​ປີ​ນີ້, ຝ່າຍ ສ​ເກົາຫລີ ສືບ​ຕໍ່​ເປີດ​ປະຕູ​ຢ່າງ​ສະດວກ​ໃຫ້​ແກ່​ຕະຫລາດ​ຫວຽດນາມ, ສະ​ເຫ​ນີ ກະຊວງ​ແຮງ​ງານ​ສອງ​ປະ​ເທດ ຄວນ​ພິຈາລະນາ​ເພື່ອ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ລາຍການ​ອອກ​ຫນັງສື​ອະນຸຍາດ​ວຽກ​ງານ​ງານ​ທຳ(EPS). ທ່ານ​ຮອງ​ລັດຖະມົນຕີ  Cho Tae Yong ​ໃຫ້​ວ່າ: ປະຊາ​ຄົມ​ບັນດາ​ນັກ​ລົງທຶນ ສ​ເກົາຫລີ ຢູ່ ຫວຽດນາມ ຕີ​ລາຄາ​ສູງ​ບັນດາ​ມາດ​ຕະການ​ແກ້​ໄຂຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ​ຂອງ​ຝ່າຍ ຫວຽດນາມ ສຳລັບ​ບັນດາ​ກໍລະນີ​ເກີດ​ຂຶ້ນ​ຜ່ານ​ມາ​ຢູ່ ບີ​ງ​ເຢືອງ ​ແລະ ຮາ​ຕິງ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ  Cho Tae Yong ຢືນຢັນ​ວ່າ: ສ​ເກົາຫລີ ສົນ​ໃຈ​ພິ​ເສດ​ເຖິງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສ​ເກົາຫລີ ​ເປັນ​ຫ່ວງ​ກັງວົນ​ຕໍ່​ບັນດາ​ການ​ຜັນ​ແປ​ເຄັ່ງ​ຕຶງ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ