ສ.ເກົາຫຼີຫັນຄຳໝັ້ນສັນຍາເພີ່ມທະວີການພົວພັນກັບອາຊຽນໃຫ້ປະກົດຜົນເປັນຈິງດ້ວຍວິໄສທັດແລະນະໂຍບາຍຈະແຈ້ງ

(VOVWORLD) -ປະເທດນີ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນກັບອາຊຽນ ດ້ວຍວິໄສທັດຈະແຈ້ງ, ບັນດາແຫຼ່ງກຳລັງ ແລະ ແຜນການກະທຳລະອຽດ.

ສ.ເກົາຫຼີຫັນຄຳໝັ້ນສັນຍາເພີ່ມທະວີການພົວພັນກັບອາຊຽນໃຫ້ປະກົດຜົນເປັນຈິງດ້ວຍວິໄສທັດແລະນະໂຍບາຍຈະແຈ້ງ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Yoon Soon gu

(ພາບ: Yonhap)

ຫວ່າງມໍ່ໆມານີ້, ທ່ານຮອງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Yoon Soon gu ໃຫ້ຮູ້ວ່າ, ປະເທດນີ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນກັບອາຊຽນ ດ້ວຍວິໄສທັດຈະແຈ້ງ, ບັນດາແຫຼ່ງກຳລັງ ແລະ ແຜນການກະທຳລະອຽດ. ທ່ານ Yoon ຢືນຢັນຈຸດສຸມຂອງຄຳໝັ້ນສັນຍານັ້ນແມ່ນນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ ເຊິ່ງອຳນາດການປົກຄອງເຊີອູນ ຜັນຂະຫຍາຍຢ່າງໄວ ດ້ວຍການສ້າງຕັ້ງຄະນະກຳມະການປະທານພິເສດ ແລະ ອົງການຈັດຕັ້ງຂຶ້ນກັບກະຊວງການຕ່າງປະເທດສະເພາະກິດບັນດາບັນຫາອາຊຽນ, ພ້ອມທັງເພີ່ມທະວີບັນດາໂຄງການ, ພາລະກອນ ແລະ ແຫຼ່ງໜູນຊ່ວຍທີ່ກ່ຽວຂ້ອງຢ່າງແຮງ. ຂໍ້ລິເລີ່ມດັ່ງກ່າວໄດ້ຮັບຖືວ່າ ຈະມີກຳລັງແຮງດຶງດູດຢ່າງໃຫຍ່ຫຼວງກວ່າໃນເດືອນ ພະຈິກ, ເມື່ອສ.ເກົາຫຼີ ຈັດກອງປະຊຸມກັບອາຊຽນ ຢູ່ນະຄອນທ່າກ່ຳປັນ ຢູ່ທາງທິດຕາເວັນອອກສ່ຽງໃຕ້, ເພື່ອເປັນການສ້າງຂີດໝາຍ 30 ປີນັບແຕ່ວັນ 2 ປະເທດສ້າງຕັ້ງການພົວພັນເຈລະຈາ 2 ຝ່າຍ. ທ່ານ Yoon ຢືນຢັນວ່າ, ການພົວພັນຄູ່ຮ່ວມມືກັບອາຊຽນ ບໍ່ພຽງແຕ່ແມ່ນບັນຫາເລືອກເຟັ້ນເທົ່ານັ້ນ, ຫາກຍັງແມ່ນເສັ້ນທາງເຊິ່ງເຊີອູນ ໄດ້ກຳນົດຢ່າງຈະແຈ້ງແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ