ຫນັງສືພິມເຍີນເຢີນມອບປື້ມໃຫ້ແກ່ບັນດານັກຮົບພວມປະຕິບັດຫນ້າທີ່ຢູ່ເຂດຊາຍແດນ, ທະເລໝູ່ເກາະ

(VOVWORLD) -ຕອນບ່າຍວັນທີ 6 ມັງກອນ ຢູ່ ຮ່າໂນ້ຍ, ຫນັງສືພິມ ເຍີນເຢີນ (ປະຊາຊົນ) ໄດ້ຈັດຕັ້ງພິທີມອບປື້ມດ້ວຍຫົວເລື່ອງວ່າ: “ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຫງວຽນຟູຈ້ອງ ກັບອາລົມຈິດຂອງປະຊາຊົນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ” ໃຫ້ແກ່ບັນດາພະນັກງານ, ນັກຮົບເຂດຊາຍແດນ, ທະເລໝູ່ເກາະ.

 ປື້ມຫົວນີ້ ໂດຍຫນັງສືພິມເຍີນເຢີນສົມທົບກັບ ສຳນັກພິມຈຳຫນ່າຍການເມືອງແຫ່ງຊາດ ສົມທົບກັນພິມຈຳຫນ່າຍ. ປື້ມຫົວນີ້ ໄດ້ນຳມາໃຫ້ທ່ານຜູ້ອ່ານຫລາຍຂໍ້ມູນທີ່ມີປະໂຫຍດ ກ່ຽວກັບການຊີ້ນຳນຳພາຮອບດ້ານຂອງພັກໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແມ່ນເອກະສານລ້ຳຄ່າກ່ຽວກັບການນຳສູງສຸດຂອງພັກ,ລັດ ໂດຍພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະຢູ່ທຸກແຖບຖິ່ນຂອງປະເທດຊາດ, ວົງຄະນາຍາດຫວຽດນາມ ພວມດຳລົງຊີວິດຢູ່ຕ່າງປະເທດຍາມໃດກໍ່ມີຄວາມເຊື່ອໝັ້ນ, ໄດ້ຮັບຄວາມຮັກແພງຈາກເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ