ຫົວຫນ້າກົມໃຫຍ່ເສນາທິການກອງທັບປຊຊຫວຽດນາມຕ້ອນຮັບຜູ້ບັນຊາການ ທະຫານບົກສິງກະໂປ

ຫົວຫນ້າກົມໃຫຍ່ເສນາທິການກອງທັບປຊຊຫວຽດນາມຕ້ອນຮັບຜູ້ບັນຊາການ ທະຫານບົກສິງກະໂປ - ảnh 1
ພົນ​ໂທ ​ໂດ​ບາ​ຕີ້ ແລະ ພົນ​ຈັດຕະວາ Ravinder Sin​gh
ພາບ:baomoi.com

(vovworld)- ຕອນ​ບ່າຍ​ວັນ​ທີ 21/5, ພົນ​ໂທ ​ໂດ​ບາ​ຕີ້, ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ​ຫວຽດນາມ​ໄດ້​ໃຫ້ການ​ຕ້ອນຮັບ ພົນ​ຈັດຕະວາ Ravinder Sin​gh ຜູ້​ບັນຊາ​ການ​ທະຫານ​ບົກ ສິງ​ກະ​ໂປ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ໂທ ​ໂດ​ບາ​ຕີ້ ຖື​ວ່າ: ພ້ອມ​ກັບ​ການ​ພັດທະນາ​ລວມຂອງ​ສາຍພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ສິງກະ​ໂປ​ໃນ​ທຸກ​ຂົງ​ເຂດ, ການ​ຮ່ວມ​ມື​ປ້ອງ​ກັນຊາ​ດສອງ​ຝ່າຍ​ມີ​ບາດ​ກ້າວ​ພັດທະນາ​ໃຫມ່, ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ຄັ້ງ​ຕ່າງໆຂອງ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ ​ແລະ ​ເລື່ອງ​ກອງທັບ​ສອງ​ປະ​ເທດ​ສ້າງ​ກົນ​ໄກ​ສົນທະນາ​ຍຸດ​ທະ​ສາດປ້ອງ​ກັນຊາ​ດຂັ້ນ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ. ພົນ​ຈັດຕະວາ Ravinder Singh ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກອງທັບ​ເວົ້າ​ລວມ ​ແລະ ກຳລັງ​ທະຫານ​ບົກ​ສອງ​ປະ​ເທດ​ເວົ້າ​ສ​ະ​ເພາະ.

 

 

 

 

ຂ່າວ/ບົດ​ອື່ນ