ຫວຽດນາມ - ກຳປູເຈຍ ເພີ່ມທະວີສົ່ງເສີມການລົງທຶນ ແລະ ການຄ້າ

(VOVWORLD) - ຕອນເຊົ້າວັນທີ 22 ພະຈິກ, ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ ໄດ້ດຳເນີນເວທີປາໄສສົ່ງເສີມການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ.
ຫວຽດນາມ - ກຳປູເຈຍ ເພີ່ມທະວີສົ່ງເສີມການລົງທຶນ ແລະ ການຄ້າ - ảnh 1 ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ

 ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຖືວ່າ: ການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ແລະ ກຳປູເຈຍ ຢູ່ແຕ່ລະປະເທດໃນໄລຍະຜ່ານມາບັນລຸໄດ້ຜົນງານຫລາຍຢ່າງ ແລະ ມີປະສິດທິຜົນ. ເຖິງຢ່າງໃດກໍ່ຕາມ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ບັນດາຂົງເຂດອື່ນກ່ວາອີກ. ທ່ານ ຫວູກວາງມິງ ກ່າວວ່າ:

        “ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການລົງທຶນຢູ່ ກຳປູເຈຍ ພວມມີຄວາມສະດວກທີ່ສຸດ, ການພົວພັນ 2 ປະເທດພວມພັດທະນາຢ່າງດີງາມທີ່ສຸດ. ເພາະສະນັ້ນ, ນີ້ແມ່ນໂອກາດທີ່ດີໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເອົາໃຈໃສ່ເຖິງຕະຫລາດ ກຳປູເຈຍ ໃຫ້ຫລາຍກ່ວານີ້ອີກ, ບັນດາວິສາຫະກິດໃໝ່ທີ່ຍັງບໍ່ທັນໄດ້ເຂົ້າຮ່ວມນັ້ນ ຈະຕ້ອງໄດ້ຜ່ານການສຳຜັດຕະຫລາດ ເພື່ອຊອກຫາໂອກາດໃໝ່, ສ່ວນບັນດາວິສາຫະກິດທີ່ພວມເຄື່ອນໄຫວນັ້ນ ຕ້ອງຖືນີ້ແມ່ນໂອກາດເພື່ອເປີດກ້ວາງການເຄື່ອນໄຫວດຳເນີນທຸລະກິດ.

        ເວທີປາໄສສົ່ງເສີມການລົງທຶນ - ການຄ້າ ຫວຽດນາມ - ກຳປູເຈຍ ຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ, ກຳປູເຈຍ ມີໂອກາດຊອກຮູ້, ພົວພັນແລກປ່ຽນ, ເຊື່ອມຕໍ່ຄູ່ຄ້າໃນບັນດາຂົງເຂດການລົງທຶນ, ການຄ້າ, ເພື່ອຫັນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດໃຫ້ກາຍເປັນບັນດາໂຄງການຕົວຈິງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ