ຫວຽດນາມ ກຽມພ້ອມກັບປະຊາຄົມສາກົນປະກອບສ່ວນໃຫ້ແກ່ວິວັດການແກ້ໄຂການປະທະກັນຢູ ຢູແກຼນ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຕາມນັ້ນແລ້ວ ບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍສາກົນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ
ຫວຽດນາມ ກຽມພ້ອມກັບປະຊາຄົມສາກົນປະກອບສ່ວນໃຫ້ແກ່ວິວັດການແກ້ໄຂການປະທະກັນຢູ ຢູແກຼນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ  ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະ Sergey Lavrov
(ພາບປະກອບ: TTXVN)

ຕອນຄ່ຳວັນທີ 15 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດສະຫະພັນ ລັດເຊຍ Sergey Lavrov, ແລກປ່ຽນກ່ຽວກັບສະພາບການປະທະກັນຢູ່ ຢູແກຼນ.

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຕາມນັ້ນແລ້ວ ບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍສາກົນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ເຄົາລົບຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ໂດຍສະເພາະແມ່ນຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ. ທ່ານລັດຖະມົນຕີສະເໜີໃຫ້ບັນດາຝ່າຍຈົ່ງລະງັບໃຈ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ສືບຕໍ່ມານະພະຍາຍາມເຈລະຈາເພື່ອຊອກຫາມາດຕະການແກ້ໄຂຢ່າງຍາວນານ ບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ຄຳນຶງເຖິງຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍ ແລະ ໃຫ້ຮູ້ວ່າ, ຫວຽດນາມ ກຽມພ້ອມກັບປະຊາຄົມສາກົນ ປະກອບສ່ວນໃຫ້ແກ່ວິວັດທະນາການດັ່ງກ່າວ. ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ຝ່າຍ ລັດເຊຍ ສືບຕໍ່ສ້າງແລວທາງມະນຸດສະທຳ ແລະ ມີມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນ, ໃນນັ້ນມີຊາວ ຫວຽດນາມ ຢູ່ ຢູແກຼນ, ຍົກຍ້າຍອອກຈາກເຂດສູ້ຮົບ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຕີລາຄາສູງຕໍ່ບົດບາດ, ການປະກອບສ່ວນຂອງ ຫວຽດນາມ ທີ່ມີຕໍ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາຢູ່ພາກພື້ນ ແລະ ໃນໂລກ; ຢືນຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອຍົກຍ້າຍພົນລະເມືອງ ຫວຽດນາມ ອອກຈາກເຂດສູ້ຮົບດ້ວຍຄວາມປອດໄພ.

ໃນການໂອ້ລົມທາງໂທລະສັບນີ້, 2 ຝ່າຍຍັງໄດ້ແລກປ່ຽນບັນຫາສຳຄັນທີ່ກ່ຽວຂ້ອງເຖິງການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ