ຫວຽດນາມ ຊ່ວຍ ລາວ ບຳລຸງດ້ານວິຊາການ ໃຫ້ນັກຂ່າວ

ຫວຽດນາມ ຊ່ວຍ ລາວ ບຳລຸງດ້ານວິຊາການ ໃຫ້ນັກຂ່າວ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 23/12, ຢູ່​ວຽງ​ຈັນ, ລາວ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ຈັດ​ຕັ້ງ​ຊຸດ​ບຳລຸງ​ດ້ານ​ສື່ສານ​ໃຫ້​ບັນດາ​ນັກ​ຂ່າວ​ລາວ. ​ເຂົ້າ​ຮ່ວມ​ຊຸດ​ຮຽນ​ມີ​ນັກຂ່າວສູນ​ກາງ ​ແລະ ບັນດາ​ທ້ອງ​ຖິ່ນລາວ 30 ຄົນ. ນອກຈາກ​ຂຶ້ນ​ຫ້ອງແລກປ່ຽນ​ດ້ານ​ວິຊາ​ການ​ແລ້ວ, ຝ່າຍ​ຫວຽດນາມ ຍັງ​ຊ່ວຍຈັດບ່ອນ​ກິນ, ​ບ່ອນຢູ່​ໃຫ້​ແກ່​ນັກ​ຂ່າວ​ລາວ​, ສິ່ງດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ຢ່າງ​ມີ​ຊີວິດ​ຊີວາ.

ຂ່າວ/ບົດ​ອື່ນ