ຫວຽດນາມ ຊ່ວຍ ລາວ ບຳລຸງສ້າງພະນັກງານ

ຫວຽດນາມ ຊ່ວຍ ລາວ ບຳລຸງສ້າງພະນັກງານ - ảnh 1
ພາບປະກອບ

(vovworld) –ວັນ​ທີ 23/9, ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໄດ້​ໄຂ​ຊຸດ​ຮຽນ​ບຳລຸງ​ດ້ານ​ວິຊາ​ຊີບ​ກ່ຽວ​ກັບ​ວຽກ​ງານ​ໂຄສະນາ​ອົບ​ຮົມ​ໃຫ້​ແກ່​ພະນັກງານ​ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ ຊຸດ​ທີ 7 ປີ 2013. ​ໃນ​​ໄລຍະ​ເວລາ 3 ​ເດືອນ, ບັນດາ​ພະນັກງານ​ຜູ້​ເຮັດວຽກ​ງານ​ໂຄ​ສະນາ​ອົບ​ຮົບ​ຂອງ ພັກ​ປະຊາຊົນ​ປະຕິວັດ ລາວ ​ໄດ້​ຊອກ​ຮູ້​ບັນດາ​ບັນຫາ​​ເປັນພື້ນຖານ​ທີ່​ສຳຄັນ​ຂອງ​ທິດ​ສະ​ດີ ມາກ - ​ເລ​ນີນ, ​ແນວ​ຄິດ​ປະທານ ​ໂຮ່ຈີ​ມິນ, ທັດສະນະ, ​ແນວທາງ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ ກ່ຽວ​ກັບ​ເສັ້ນທາງ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ, ບັນດາບົດ​ຮຽນ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ​ເສດຖະກິດ, ສັງຄົມ ​​ແລະ ວຽກ​ງານ​​ໂຄສະນາ​ສຶກສາ​ແນວ​ຄິດ, ທິດ​ສະ​ດີກາ​ນ​ເມືອງ. ບັນດາ​ຜູ້​ເຂົ້າ​ຮ່ວມ​ຊຸດ​ຮຽນ ​ໄດ້​ບຳລຸງ​ສ້າງ​ວຽກ​ງານ​ໂຄ​ສະນາ​ອົບຮົມ, ຄົ້ນ​ຄ້ວາ, ຮັບ​ເອົາ​ບົດຮຽນ​ຂອງ​ການ​ປະຕິວັດ​ ຫວຽດນາມ.

ຂ່າວ/ບົດ​ອື່ນ