ຫວຽດນາມ ຊ່ວຍເຫຼືອ ລາວ ບຳລຸງສ້າງແຫ່ຼງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ຫວຽດນາມ ຊ່ວຍເຫຼືອ ລາວ ບຳລຸງສ້າງແຫ່ຼງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ - ảnh 1
ທ່ານ ຟ້າ​ມກວາງ​ຫງີ້ ກຳມະການ​ກົມ​ການ​ເມືອງ
ຢ້ຽມຢາມ​ໂຮງຮຽນ​ການ​ເມືອງ - ການ​ປົກຄອງ​ແຂວງ​ຫຼວງ​ພະ​ບາງ
(ພາບ: tintuc.vnn.vn)


(vovworld) -     ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ​ຕອນ​ບ່າຍວັນ​ທີ 11/12, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ​ຮ່າ​ໂນ້ຍ ​ໂດຍ​ທ່ານ ຟ້າ​ມກວາງ​ຫງີ້ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ນຳ​ໜ້າ​​ໄດ້ໄປ​ຢ້ຽມຢາມ​ໂຮງຮຽນ​ການ​ເມືອງ - ການ​ປົກຄອງ​ແຂວງ​ຫຼວງ​ພະ​ບາງ. ນີ້​ແມ່ນ​ໂຮງຮຽນ​ໂດຍ ນະຄອນ​ຮ່າ​ໂນ້ຍ ມອບ​ໃຫ້​ແຂວງ​ຫຼວງ​ພະ​ບາງ, ດ້ວຍ​ມູນ​ຄ່າ​ກວ່າ 2 ລ້ານ USD. ນະ​ທີ່​ນີ້, ທ່ານ ຟ້າ​ມກວາງ​ຫງີ້ ​ໄດ້​ຕີ​ລາຄາ​ສູງ​ວຽກ​ງານ​ບຳລຸງ​ສ້າງ​ແຫຼ່ງຊັບພະ​ຍາກ​ອນມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ​ໂຮງຮຽນ, ບໍ່​ພຽງ​ແຕ່​​ແຂວງ​ຫຼວງ​ພະ​ບາງ​ເທົ່າ​ນັ້ນ, ຫາກ​ຍັງໃຫ້​ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ ອີກ​ດ້ວຍ. ​ທ່ານ ຟ້າ​ມກວາງ​ຫງີ້ ​ເນັ້ນ​ໜັກ​ວ່າ ນະຄອນ​ຮ່າ​ໂນ້ຍ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ, ສືບ​ຕໍ່​ຊ່ວຍ​ເຫຼືອ​​ໂຮງຮຽນ​ໃນ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ສ້າງ​ໂຮງຮຽນ ນັບ​ມື້​ນັບໝັ້ນຄົງ​ເຂັ້ມ​ແຂງ, ບຳລຸງ​ສ້າງ​ບັນດາພະນັກງານ​ທີ່​ມີ​ຄຸນ​ນະພາ​ບ, ຮັບ​ໃຊ້​ໃຫ້​​ແກ່ພາລະ​ກິດ​ປ່ຽນ​ໃໝ່​ຂອງ​ລາວ ​ໃຫ້ດີ​ທີ່​ສຸດ.

ຂ່າວ/ບົດ​ອື່ນ