ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຊຸກຍູ້ການພັດທະນາຂະແໜງຄະນິດສາດ ແລະ ບັນດາຜູ້ເກັ່ງກ້າສາມາດດ້ານຄະນິດສາດ

(VOVWORLD) -   ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ຊຸກຍູ້ພັດທະນາຂະແໜງຄະນິດສາດ ແລະ ບັນດາຜູ້ມີອິດທິພົນຊື່ສຽງດ້ານຄະນິດສາດ ຫວຽດນາມ
ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຊຸກຍູ້ການພັດທະນາຂະແໜງຄະນິດສາດ ແລະ ບັນດາຜູ້ເກັ່ງກ້າສາມາດດ້ານຄະນິດສາດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ

ກອງປະຊຸມສຳມະນາສາກົນ ກ່ຽວກັບຄະນິດສາດ ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 14 ທັນວາ, ຢູ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ອວຍພອນວັນເກີດຄົບຮອບ 90 ປີ ແລະ ເຊີດຊູ ສາດສະດາຈານ ຮ່ວາງຕູ້ຍ, ນັກຄະນິດສາດທີ່ມີຊື່ສຽງຂອງ ຫວຽດນາມ ແລະ ໂລກ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ຊຸກຍູ້ພັດທະນາຂະແໜງຄະນິດສາດ ແລະ ບັນດາຜູ້ມີອິດທິພົນຊື່ສຽງດ້ານຄະນິດສາດ ຫວຽດນາມ; ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະມີນັກວິທະຍາສາດ, ຜູ້ມີຄວາມປີຊາສາມາດດ້ານຄະນິດສາດຄືສາດສະດາຈານ ຮ່ວາງຕູ່ຍ ທຸກຄົນຕື່ມອີກ. ທ່ານນາຍົກລັດຖະມົນຕີ ຫວັງວ່າລຸ້ນໜຸ່ມ ຫວຽດນາມ ມີຄວາມເຊື່ອໝັ້ນໃນການຄົ້ນຄ້ວາ, ມີຫົວຄິດປະດິດສ້າງຮັບໃຊ້ຢ່າງແທດຈິງ ເຂົ້າໃນພາລະກິດພັດທະນາປະເທດຊາດ. ລັກຖະບານຈະສ້າງເງື່ອນໄຂສະດວກໃຫ້ລຸ້ນໜຸ່ມ, ໃຫ້ບັນດານັກວິທະຍາສາດ, ໃຫ້ສະຖາບັນຄະນິດສາດ ເສີມຂະຫຍາຍຄວາມສາມາດ ແລະ ພູມປັນຍາຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ