ຫວຽດນາມ ຖືເປັນສຳຄັນ ການຮ່ວມມືຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ພ້ອມກັນພັດທະນາກັບ ອີຢິບ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ
ຕ້ອນຮັບເອກອັກຄະລັດຖະທູດ ອີຢິບ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 15/1, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ Mohamed Reda Kamel El Taify, ມາອຳລາເນື່ອງໃນໂອກາດທ່ານສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ ສະເໜີສອງຝ່າຍຈົ່ງຈັດຕັ້ງກອງປະຊຸມລະຫວ່າງລັດຖະບານຄັ້ງທີ 5 ໂດຍໄວເພື່ອຊຸກຍູ້ການຮ່ວມມືໃນຂົງເຂດ ເສດຖະກິດ, ການຄ້າ, ສະໜັບສະໜູນເຊີ່ງກັນ ແລະ ກັນໃນເວທີປາໄສ ສປຊ.
ທ່ານເອກອັກຄະລັດຖະທູດ Mohamed Reda Kamel El Taify ອວຍພອນ ຫວຽດນາມ ບັນລຸໄດ້ໝາກຜົນຫຼາຍຢ່າງໃນຂົງເຂດຕ່າງໆ ແລະ ຢືນຢັນວ່າ ອີຢິບ ຍາມໃດກໍ່ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະ ການຄ້າ.