(vovworld) - ບົດລາຍງານຂອງອົງການອາຫານ ແລະ ການກະເສດສະຫະປະຊາຊາດ (FAO), ທີ່ປະກາດເມື່ອວັນທີ 12/06 ໃຫ້ຮູ້ວ່າ, ຫວຽດນາມ ນອນໃນຈຳນວນປະເທດນຳໜ້າໃນການປະຕິບັດສຳເລັດບັນດາຄາດໝາຍສາກົນກ່ຽວກັບການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ. ຕາມບົດລາຍງານແລ້ວ, ໄດ້ມີ 38 ປະເທດປະຕິບັດສຳເລັດຄາດໝາຍດັ່ງກ່າວ, ໃນນັ້ນມີການຫຼຸດຜ່ອນອັດຕາຄົນທຸກຍາກອຶດຫິວລົງເຫຼືອພຽງເຄິ່ງໜຶ່ງ ໃນປີ 2015. ສະເພາະຫວຽດນາມ ປະຕິບັດສຳເລັດຄາດໝາຍຫຼຸດຈຳນວນອຶດຫິວລົງ 50% ໃນໄລຍະ 1990 – 1992 ແລະ 2010 – 2012. ຜູ້ອຳນວຍການໃຫຍ່ FAO Jose Graziano da Silva ຕີລາຄາສູງຜົນສຳເລັດຂອງບັນດາປະເທດ, ພ້ອມທັງຢືນຢັນວ່າ, ດ້ວຍຜົນສຳເລັດດັ່ງກ່າວ, ບັນດາປະເທດພວມມຸ່ງໄປເຖິງອະນາຄົດອັນດີງາມກວ່າ. ທ່ານກໍໃຫ້ຮູ້ວ່າ ໃນວັນທີ 16/06 ຈະມາເຖິງ, FAO ຈະຈັດຕັ້ງພິທີເຊີດຊູ 38 ປະເທດດັ່ງກ່າວຢູ່ນະຄອນຫຼວງ Roma, ປະເທດອີຕາລີ. ທ່ານຮຽກຮ້ອງໃຫ້ບັນດາປະເທດນີ້ ສືບຕໍ່ຮັກສາທ່າແຮງ, ມຸ່ງໄປສູ່ການລົບລ້າງສະພາບອຶດຫິວທຸກຍາກຢ່າງສິ້ນເຊິ່ງ ຕາມຂໍ້ລິເລີ່ມ “ບໍ່ມີຄວາມອຶດຫິວ, ທຸກຍາກ” ໂດຍທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ປຸກລະດົມ ເປັນຄັ້ງທຳອິດຢູ່ກອງປະຊຸມພັດທະນາຢ່າງໝັ້ນຄົງ ຢູ່ບຣາຊິນ ເມື່ອເດືອນ 06/2012.