ຫວຽດ​ນາມ ນຳ​​ໜ​້າ​ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ຂອງ​ບັນ​ດ​າ​ປະ​ເທດ ອາ​ຊຽນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -   ຕາມເວັບໄຊ moderndiplomacy.eu ວັນທີ27 ທັນວາ ໄດ້ໃຫ້ຂໍ້ສັງເກດວ່າ ດ້ວຍຖານະເປັນປະທານ ອາຊຽນ ປີ 2020, ຫວຽດນາມ ໄດ້ນຳໜ້າຄວາມານະພະຍາຍາມຂອງບັນດາປະເທດ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ - 19.
ຫວຽດ​ນາມ ນຳ​​ໜ​້າ​ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ຂອງ​ບັນ​ດ​າ​ປະ​ເທດ ອາ​ຊຽນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ການສີດຢາຂ້າເຊື້ອ (ພາບ: TTXVN)

 ຕາມເວັບໄຊດັ່ງກ່າວແລ້ວ, ພາຍຫຼັງທີ່ໂລກລະບາດແຜ່ລະບາດໃນເດືອນມັງກອນ ປີ 2020, ນັບແຕ່ກາງເດືອນ ກຸມພາ ປີ 2020, ຫຼັງຈາກປຶກສາຫາລືກັບການນຳ ບັນດາປະເທດ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ອອກຖະແຫຼງການປະທານ ອາຊຽນ ກ່ຽວກັບການຮັບມືລວມກັບ ໂລກລະບາດໂຄວິດ - 19 ຂອງ ອາຊຽນ. ຖະແຫຼງການດັ່ງກ່າວ ໄດ້ເນັ້ນໜັກເຖິງການເພີ່ມທະວີການໜູນຊ່ວຍບັນດາປະເທດໃນໂລກ ໃນບັ້ນຕ້ານການແຜ່ລະບາດຂອງ ເຊື້ອພະຍາດໂຄວິດ-19, ພ້ອມທັງໜູນຊ່ວຍມະນຸດສະທຳໃຫ້ແກ່ ຈີນ ດ້ວຍຮູບການສະໜອງຜ້າອັດປາກ ແລະ ພາຫະນະການແພດຕ່າງໆ. ອາຊຽນ ບໍ່ພຽງແຕ່ ຍົກສູງຄວາມຮັບຮູ້ຂອງບັນດາປະເທດສະມາຊິກ ເທົ່ານັ້ນ, ຫາກຍັງຮ່ວມສຳພັນກັບບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ ເພື່ອຮັບມືໃນຫຼາຍລະດັບ ແນໃສ່ແກ້ໄຂບັນດາບັນຫາເຊິ່ງໂລກລະບາດໄດ້ກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ