ຫວຽດນາມ ນຳໜ້າໃນຄວາມມານະພະຍາຍາມສະກັດກັ້ນສະພາບການຄ້າຂາຍສັດປ່າຜິດກົດໝາຍຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -  ວັນທີ 09 ກັນຍາ, ສູນການສຶກສາທຳມະຊາດ ໄດ້ຍົກອອກ “10 ການກະທຳດ່ວນເພື່ອສະກັດກັ້ນການສູນພັນຂອງສັດປ່າປະເພດຕ່າງໆ” ເພືຶ່ອແນໃສ່ສະກັດກັ້ນສະພາບການຄ້າຂາຍສັດປ່າຜິດກົດໝາຍຢູ່ ຫວຽດນາມ.
ຫວຽດນາມ ນຳໜ້າໃນຄວາມມານະພະຍາຍາມສະກັດກັ້ນສະພາບການຄ້າຂາຍສັດປ່າຜິດກົດໝາຍຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1 ຫວຽດນາມ ນຳໜ້າໃນຄວາມມານະພະຍາຍາມສະກັດກັ້ນສະພາບການຄ້າຂາຍສັດປ່າຜິດກົດໝາຍຢູ່ ອາຊີຕາເວັນອອກສ່ຽງໃຕ້ (ພາບ: TTXVN)

        ຕາມນັ້ນແລ້ວ, ໜຶ່ງໃນ 10 ການກະທຳດ່ວນໄດ້ຮັບການເນັ້ນໜັກເຖິງນັ້ນ ແມ່ນເລື່ອງທີ່ບັນດາອົງການປະຕິບັດກົດໝາຍ ຄວນສຸມໃສ່ສືບສວນສອບສວນ, ສັ່ງຟ້ອງ ແລະ ປັບໄໝລົງໂທດຕໍ່ບັນດາຫົວໂປ່ເຄືອຂ່າຍຄ້າຂາຍສັດປ່າຂະໜາດໃຫຍ່ ເພື່ອທັບມ້າງການເຄື່ອນໄຫວຂອງເຄືອຂ່າຍຄ້າຂາຍສັດປ່າ.

        ຕາມທ່ານນາງ ຫວູທິກວຽນ, ຫົວໜ້າສູນການສຶກສາທຳມະຊາດແລ້ວ, ໃນຊຸມປີມໍ່ໆມານີ້, ຫວຽດນາມ ບັນລຸໄດ້ບັນດາບາດກ້າວດີພໍສົມຄວນ ໃນການປະຕິບັດ 10 ການກະທຳດ່ວນ. ປະຈຸບັນ, ຫວຽດນາມ ພວມນຳໜ້າໃນຄວາມມານະພະຍາຍາມຢຸດຕິສະພາບການຄ້າຂາຍສັດປ່າຜິດກົດໝາຍຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ