ຫວຽດນາມ ມີຄວາມສາມາດຕ້ອນຮັບແຂກຕ່າງປະເທດໄດ້ 13 ລ້ານຄົນ ໃນປີ 2017

(VOVWORLD) - ສະເລ່ຍແຕ່ລະເດືອນ, ຂະແໜງການທ່ອງທ່ຽວຫວຽດນາມຕ້ອນຮັບແຂກຕ່າງປະເທດໄດ້ 1 ລ້ານເທື່ອຄົນ.
ຫວຽດນາມ ມີຄວາມສາມາດຕ້ອນຮັບແຂກຕ່າງປະເທດໄດ້ 13 ລ້ານຄົນ ໃນປີ 2017 - ảnh 1ແຂກທ່ອງທ່ຽວ ຢູ່ ຫວຽດນາມ 

ສິ້ນສຸດ 6 ເດືອນຕົ້ນປີ 2017, ຂະແໜງການທ່ອງທ່ຽວຫວຽດນາມ ໄດ້ຕ້ອນຮັບແຂກຕ່າງປະເທດ 6,2 ລ້ານເທື່ອຄົນ, ເພີ່ມກວ່າ 30 % ເມື່ອທຽບໃສ່ໄລຍະດຽວກັບຂອງປີ 2016. ສະເລ່ຍແຕ່ລະເດືອນ, ຂະແໜງການທ່ອງທ່ຽວຫວຽດນາມຕ້ອນຮັບແຂກຕ່າງປະເທດໄດ້ 1 ລ້ານເທື່ອຄົນ. ແຜນການຂອງຂະແໜງທ່ອງທ່ຽວແມ່ນໃນປີ 2017 ບັນລຸລະດັບການເຕີບໂຕ 15 % ເມື່ອທຽບໃສ່ ປີ 2016, ໝາຍຄວາມວ່າໄດ້ຕ້ອນຮັບແຂກຕ່າງປະເທດ 11,5 ລ້ານເທື່ອຄົນ. ແຕ່ດ້ວຍລະດັບການເຕີບໂຕຄືໃນປະຈຸບັນ, ຫວຽດນາມ ອາດສາມາດຕ້ອນຮັບແຂກຕ່າງປະເທດໄດ້ ແຕ່ 12,5 – 13 ລ້ານເທື່ອຄົນ ໃນປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ