ຫວຽດນາມ -ລາວ ເພີ່ມທະວີການຮ່ວມມືຂະແໜງສານປະຊາຊົນ

(VOVWORLD) -   ຕອນເຊົ້າວັນທີ 30 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ຄະນະຜູ້ແທນສານປະຊາຊົນສູງສຸດ ຫວຽດນາມ ໂດຍ ທ່ານນາງ ຫງວຽນຖູ໋ຍຫ່ຽນ, ຮອງປະທານສານປະຊາຊົນສູງສຸດ ເປັນຫົວໜ້າຄະນະໄດ້ມີການເຈລະຈາກັບຄະນະຜູ້ແທນສານປະຊາຊນສູງສຸດ ລາວ ໂດຍທ່ານ ຄຳພາ ແສງດາລາ, ຮອງປະທານສານປະຊາຊົນສູງສຸດລາວ ເປັນຫົວໜ້າຄະນະ.

 ສອງຝ່າຍເປັນເອກະພາຍກັນຖືວ່າ: ການພົວພັນຮ່ວມມືນີ້ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ. 2 ຝ່າຍໄດ້ແລກປ່ຽນຄະນະປະຕິບັດງານຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ. 2 ຝ່າຍເປັນເອກະພາບກັນຈະສົມທົບກັບສານປະຊາຊົນສູງສຸດ ກຳປູເຈຍ ເພື່ອສ້າງຫົວຂໍ້ ແລະ ບັນດາເນື້ອໃນໃຫ້ແກ່ການຈັດຕັ້ງກອງປະຊຸມສານປະຊາຊົນບັນດາແຂວງຊາຍແດນ ຫວຽດນາມ, ລາວ, ກຳປູເຈຍ ຄັ້ງທີ 5 ປີ 2018 ຢູ່ ກຳປູເຈຍ. ຕາມແຜນການແລ້ວ, ຄະນະຜູ້ແທນສານປະຊາຊົນສູງສຸດ ຫວຽດນາມ ຈະເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງຍຸຕິທຳ ລາວ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ, ປະທານສານປະຊາຊົນສູງສຸດ ລາວ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ