ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດໄອຍະການ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດໄອຍະການ - ảnh 1
ຄະນະ​ຜູ້​ແທນ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ
ຫວຽດນາມ ​ເຮັດ​ວຽກ​ຢູ່​ລາວ
(ພາບ: vietnamplus.vn)

(vovworld) - ນັບ​ແຕ່​ວັນ​ທີ 18-20/12, ຄະນະ​ຜູ້​ແທນ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໂດຍ​ທ່ານ ຫງວຽນ​ຮ່ວາ​ບິ່ງ, ຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ເປັນ​ຫົວໜ້າ​ຄະນະ, ​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ຕອນ​ບ່າຍ​ວັນ​ທີ 18/12, ຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຫງວຽນ​ຮ່ວາ​ບິ່ງ ​ໄດ້​ມີ​ການ​ພົບ​ປະແລກປ່ຽນ​ກັບ​ຄະນະ​ຜູ້​ແທນອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ  ລາວ, ​ໂດຍ​ທ່ານ​ຄຳ​ສານ​ສຸ​ວົງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ  ລາວ ນຳ​ໜ້າ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ທິດ​ທາງ ​ແລະ ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ສືບ​ຕໍ່​ປະຕິບັດ​ສັນຍາ​ຮ່ວມ​ມື​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​​ເມື່ອ​ປີ 1997 ​ແລະ ບົດ​ບັນທຶກ​ຜົນ​ຂອງ​ການ​ເຈລະຈາ​ທີ່​ໄດ້​ຮັບ​ການ​ລົງ​ນາມຢ່າງ​ມີ​ປະສິດທິ​ຜົນ; ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນ​ນັກວິຊາການ, ​ແລະ ຂັ້ນ​ແຂວງ ​ເພື່ອ​ພົບ​ປະ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ ​ໃນ​ການ​ຕໍ່ສູ້​ຕ້ານ​ອາດ​ສະ​ຍາ​ກຳ; ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ກັນ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ວິຊາ​ການ​ໄອ​ຍະ​ການ. ຝ່າຍ​ຫວຽດນາມ​ ສືບ​ຕໍ່​ໜູນ​ຊ່ວຍ​ກໍ່ສ້າງ, ຍົກ​ລະດັບ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ບຳລຸງ​ສ້າງ​ພະນັກງານ​​ໄອ​ຍະ​ການ​ລາວ. ນອກ​ນັ້ນ​, ທັງ​ສອງ​ຝ່າຍ​ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ໄອ​ຍະ​ການ​ປະຊາຊົນ​ບັນດາ​ແຂວງ​ຊາຍ​ແດນ​ຄັ້ງ​ທີ 3 ຢູ່​ຫວຽດນາມ ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ