ຫວຽດ​ນາມ: ສະຖານທີ່ອັນດູດດື່ມສຳລັບນັກ​ທ່ອງ​ທ່ຽວແລະນັກ​ລົງ​ທຶນ​ຕ່າງ​ປະ​ເທດ

(VOVWORLD) -  ໃນຂອບເຂດງານແຂ່ງຂັນມວຍຫວຽດນາມສາກົນທີ່ນະຄອນທ່ອງທ່ຽວSharm El-Sheikh, ວັນທີ 26-27 ຕຸລາ,ສະຖານທູດຫວຽດນາມແລະອົງການຕາງໜ້າດ້ານການຄ້າໄດ້ຈັດປະຊຸມສຳມະນາສົ່ງເສີມການຄ້າແລະການທ່ອງທ່ຽວຂຶ້ນ. ກອງປະຊຸມສຳມະນາດັ່ງກ່າວໄດ້ດຶງດູດບັນດາແຂກຕ່າງປະເທດ, ອີຢິບແລະອາຟຼິກກາເໜືອເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ຫວຽດ​ນາມ: ສະຖານທີ່ອັນດູດດື່ມສຳລັບນັກ​ທ່ອງ​ທ່ຽວແລະນັກ​ລົງ​ທຶນ​ຕ່າງ​ປະ​ເທດ - ảnh 1ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມປະຈຳອີຢິບ 

        ທີ່ກອງປະຊຸມສຳມະນາ, ບັນດາແຂກເຂົ້າຮ່ວມໄດ້ຮັບຟັງການແນະນຳຂໍ້ມູນຂ່າວສານໂດຍສັງເຂບກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ການຄ້າຂອງຫວຽດນາມ, ບັນດານະໂຍບາຍດຶງດູດການລົງທຶນ, ກາລະໂອກາດໃນການຮ່ວມມືກໍ່ຄືການພົວພັນການຄ້າ ລະຫວ່າງຫວຽດນາມ-ອີຢິບ, ດ້ວຍຫຼາຍນະໂຍບາຍທີ່ເປີດອົກເປີດໃຈ, ເອື້ອອຳນວຍແລະສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກສະບາຍ, ຫວຽດນາມ ຈຶ່ງນັບມື້ນັບກາຍເປັນສະຖານທີ່ອັນດູດດື່ມສຳລັບບັນດານັກລົງທຶນຕ່າງປະເທດ. ຄຽງຄູ່ກັນນັ້ນ, ຫວຽດນາມກໍ່ໄດ້ມີນັກທ່ອງທ່ຽວຈຳນວນຫຼາຍເລືອກເປັນສະຖານທີ່ມາທ່ອງທ່ຽວ, ທ່ຽວຊົມເພາະມີທິວທັດທຳມະຊາດມີຊື່ສຽງຫຼາຍແຫ່ງ, ຫາດຊາຍທະເລທີ່ສວຍສົດງົດງາມແລະມີຄວາມປອດໄພ. ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມປະຈຳອີຢິບໃຫ້ຮູ້ວ່າ:

“ ພວກຂ້າພະເຈົ້າມີຄວາມປາດຖະໜາຢາກສົ່ງຂໍ້ມູນຂ່າວສານການທ່ອງທ່ຽວຂອງຫວຽດນາມເຖິງແຂກທ່ອງທ່ຽວອີຢິບແລະບັນດາປະເທດໃນພາກພື້ນໃຫ້ເດີນທາງມາຫວຽດນາມຫຼາຍກວ່າເກົ່າ. ດ້ານອື່ນໆ, ພວກຂ້າພະເຈົ້າກໍ່ມີຄວາມປາດຖະໜາຢາກມີຂໍ້ມູນຂ່າວສານຫຼາຍຢ່າງກ່ຽວກັບບັນດາບໍລິສັດປະກອບການທ່ອງທ່ຽວຂອງອີຢິບເພື່ອຈະໄດ້ມີແຂກຊາວຫວຽດນາມຈຳນວນຫຼາຍເດີນທາງໄປອີຢິບໃນໄລຍະຈະມາເຖິງ. ”

        ແຂກຕ່າງປະເທດຫຼາຍທ່ານທີ່ເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ, ໄດ້ຖືວ່າ: ຫວຽດນາມກໍ່ເປັນສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດ,ຍ້ອນມີທັດສະນີຍະພາບທີ່ສວຍສົດງົດງານ, ທຳມະຊາດທີ່ໜ້າອອນຊອນ, ປະຊາຊົນມີຄວາມເປັນມິດ./.

        ອັກແທັ໋ກ - ກ່າວເຖ/ ນັກຂ່າວ VOV ປະຈຳອີຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ