ຫວຽດນາມ ສະເຫຼີມສະຫຼອງວັນຜູ້ມີອາຍຸສູງສາກົນ 01/10

(VOVWORLD) -ວັນທີ 28 ກັນຍາ, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນຜູ້ມີອາຍຸສູງສາກົນ 01/10, ຜັນຂະຫຍາຍເດືອນເຄື່ອນໄຫວເພື່ອຜູ້ມີອາຍຸສູງ ຫວຽດນາມ.
ຫວຽດນາມ ສະເຫຼີມສະຫຼອງວັນຜູ້ມີອາຍຸສູງສາກົນ 01/10 - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຜູ້ມີອາຍຸສູງສາກົນ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມເຫດການດັ່ງກ່າວ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ: ຈາກລັດຖະທຳມະນູນຕະຫລອດຮອດກົດໝາຍວ່າດ້ວຍຜູ້ມີອາຍຸສູງຂອງ ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນແບບ ເພື່ອຮັບໃຊ້ວຽກງານເບິ່ງແຍງດູແລ ແລະ ສົ່ງເສີມຜູ້ມີອາຍຸສູງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ:

ກ່ອນອື່ນໝົດ ຄວນສືບຕໍ່ປະຕິບັດ ບັນດານະໂຍບາຍຮັບປະກັນຊີວິດສັງຄົມໃຫ້ຜູ້ມີອາຍຸສູງເປັນຢ່າງດີ, ເປີດກ້ວາງເພື່ອໃຫ້ເໝາະສົມກັບເງື່ອນໄຂພັດທະນາເສດຖະກິດເທື່ອລະກ້າວ, ພ້ອມທັງ ເປີດກ້ວາງບັນດາຮູບການການບໍລິການສາທາລະນະສຳລັບຜູ້ມີອາຍຸສູງກ່ວາອີກ ເພື່ອແນໃສ່ສ້າງເງື່ອນໄຂ ໃຫ້ຜູ້ມີອາຍຸສູງໄດ້ສຳຜັດກັບບັນດາການບໍລິການນັບມື້ນັບດີກ່ວາ. ພວກເຮົາຄວນບຸລິມະສິດການລົງທຶນໃຫ້ຂະແໜງເຖົ້າແກ່ຊະລາໃນທຸກຮາກຖານສາທາລະນະສຸກກ່ວາອີກ. ສົ່ງເສີມການພັດທະນາບັນດາຮູບການບໍລິການ, ສະໜອງບັນດາຮູບການດຳເນີນຊີວິດວັດທະນະທຳ, ບັນເທິງຂອງຜູ້ມີອາຍຸສູງ.

ຕອບກັບ

ຂ່າວ/ບົດ​ອື່ນ