(VOVWORLD) -ສອງຝ່າຍເຫັນດີນໍາກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃນນັ້ນໄດ້ສຸມໃສ່ເພີ່ມທະວີການຮ່ວມມືທາງດ້ານ ອຸດສາຫະກໍາປ້ອງກັນຊາດ...
ທ່ານພົນໂທ ຫງວຽນຈີ໊ວີ້ງ ມອບດອກໄມ້ໃຫ້ແກ່ ທ່ານ Suh Choo Suk |
ກອງປະຊຸມສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດ ລະຫວ່່າງຫວຽດນາມ - ສ.ເກົາຫຼີ ຄັ້ງທີ 7 ຖືກດໍາເນີນໃນຕອນເຊົ້າວັນທີ 10 ທັນວາ ຢູ່ນະຄອນໂຮ່ຈີມິນ. ທ່ານພົນໂທ ຫງວຽນຈີ໊ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ, ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນຊາດຫວຽດນາມ ແລະ ທ່ານ Suh Choo Suk, ຮອງລັດຖະມົົນຕີກະຊວງປ້ອງກັນຊາດສ.ເກົາຫຼີ, ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນຊາດສ.ເກົາຫຼີ ເປັນປະທານຮ່ວມກອງປະຊຸມ.
ທີ່ວາລະປະຊຸມສົນທະນາຄັ້ງທີ 7, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງຂອງໂລກ, ພາກພື້ນ ແລະ ບັນດາບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີນໍາກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃນນັ້ນໄດ້ສຸມໃສ່ເພີ່ມທະວີການຮ່ວມມືທາງດ້ານ ອຸດສາຫະກໍາປ້ອງກັນຊາດ, ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການປົກປັກຮັກສາສັນຕິພາບ ສປຊ, ສົມທົບກັນໃນບັນດາເວທີປາໄສໃນຂອບເຂດຫຼາຍຝ່າຍ.