ທ່ານ ເລແທງຫາຍ, ເລຂາຄະນະພັກນະຄອນໂຮ່ຈີມິນ
ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດອິນເດຍ
(ພາບ: baomoi.com)
(vovworld) – ຕອນຄຳ່ວັນທີ 25/5, ທ່ານ ເລແທງຫາຍ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດອິນເດຍ ໂດຍທ່ານເລຂາທິການໃຫຍ່ພັກ Suravaram Sudhakar Reddy ນຳໜ້າ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ເລແທງຫາຍ ຢືນຢັນວ່າ ນະຄອນໂຮ່ຈີມິນ ຍາມໃດກໍ່ມານະພະຍາຍາມເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື, ນັກລົງທຶນ, ວິສາຫະກິດຕ່າງປະເທດໃຫ້ຫຼາຍກວ່າອີກ, ໃນນັ້ນມີອິນເດຍ. ສ່ວນທ່ານເລຂາທິການໃຫຍ່ພັກກອມມູນິດອິນເດຍ Suravaram Sudhakar Reddy ກໍ່ຖືວ່າ ບັນດາໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ນັ້ນແມ່ນຍ້ອນມີບົດບາດອັນໃຫຍ່ຫຼວງຂອງພັກກອມມູນິດຫວຽດນາມ. ທ່ານເລຂາທິການໃຫຍ່ພັກກອມມູນິດອິນເດຍ ສະແດງຄວາມພາກພູມໃຈຕໍ່ການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ຮັບການພັດທະນາຢ່າງດີງາມ ແລະ ຖືວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນການທ່ອງທ່ຽວ.