ລັດຖະມົນຕີຄົມມະນາຄົມຂົນສົ່ງ ດິງລາທັງ ແລະ ເອກອັກຄະລັດຖະທູດDavid Shear
ໄດ້ລົງນາມໃນສັນຍາປັບປຸງສັນຍາຂົນສົ່ງທາງອາກາດ
(ພາບ: ອິນເຕີແນດ)
(vovworld) - ວັນທີ 13/12, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ດິງລາທັງ ແລະ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສະຫະລັດ ອາເມລິກາ ປະຈຳຫວຽດນາມ David Shear ໄດ້ລົງນາມໃນສັນຍາປັບປຸງສັນຍາຂົນສົ່ງທາງອາກາດ. ສັນຍານີ້ມີຜົນສັກສິດຊົ່ວຄາວແຕ່ວັນທີ 1/4 ປີ ນີ້ ແລະ ມີຜົນສັກສິດທາງການ ເມື່ອສຳເລັດບັນດາລະບຽບການພາຍໃນທີ່ຈຳເປັນ. ຕາມກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ແລ້ວ, ພາຍຫຼັງມີຜົນສັກສິດ, ສັນຍາປັບປຸງສັນຍາຂົນສົ່ງທາງອາກາດ ຈະສ້າງກາລະໂອກາດເພີ່ມທະວີການຮ່ວມມືໃນຂົງເຂດການບິນພົນລະເຮືອນລະຫວ່າງສອງປະເທດ, ພິເສດແມ່ນໃນສະພາບທີ່ບໍລິສັດການບິນຫວຽດນາມ (Vietnam Airlines) ພວມຄົ້ນຄ້ວາເປີດສາຍການບິນໂດຍກົງເຖິງ ອາເມລິກາ, ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະ ອາເມລິກາ ໃນໄລຍະຈະມາເຖິງ.