ຫວຽດນາມ ເຂົ້າຮ່ວມ ງານຕະຫລາດນັດ ການທ່ອງທ່ຽວ ການາດາ
ຮ້ານວາງສະແດງ ແລະ ໂຄສະນາການທ່ອງທ່ຽວຫວຽດນາມທີ່
ງານຕະຫລາດນັດການທ່ອງທ່ຽງການາດາ
ພາບ:vietnamplus.vn
|
(vovworld) - ງານຕະຫລາດນັດການທ່ອງທ່ຽວ ການາດາ ຄັ້ງທີ 18 ໄຂຂຶ້ນໃນວັນທີ 10/3 ຢູ່ສູນກອງປະຊຸມ ອົດຕະອວາ ຂອງການາດາ ໂດຍມີການເຂົ້າຮ່ວມຂອງເກືອບ 200 ບໍລິສັດທ່ອງທ່ຽວທີ່ມາຈາກ 60 ປະເທດໃນໂລກ, ໃນນັ້ນ ມີຫວຽດນາມ. ຕາມທ່ານ ເລສີເວືອງຮ່າ ເອກອັກຄະລັດຖະທູດຫວຽດນາມ ປະຈຳການາດາ ແລ້ວ, ການເຂົ້າຮ່ວມງານຕະຫລາດນັດປະຈຳປີ ເພື່ອໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ກັບເພື່ອນມິດການາດາ. ກ່າວຄຳເຫັນໄຂງານຕະຫລາດນັດ, ທ່ານ Ablonczy ລັດຖະມົນຕີການຕ່າງປະເທດ ຮັບຜິດຊອບບັນຫາທະວີບອາເມລິກາ ແລະ ກົງສູນ ຂອງລັດຖະບານ ການາດາ ໄດ້ເນັ້ນຫນັກວ່າ ຊາວການາດາ ມັກໄປທ່ອງທ່ຽວ ແລະ ປາດຖະຫນາຢາກຕ້ອນຮັບນັກທ່ອງທ່ຽວມາຈາກຫລາຍແຫ່ງໃນໂລກ.