ຫວຽດນາມ ເຂົ້າຮ່ວມ ງານຕະຫຼາດນັດເຄື່ອງສິລະປະຫັດຖະກຳສາກົນ ຢູ່ອີຕາລີ


ຫວຽດນາມ ເຂົ້າຮ່ວມ ງານຕະຫຼາດນັດເຄື່ອງສິລະປະຫັດຖະກຳສາກົນ ຢູ່ອີຕາລີ - ảnh 1
ງານ​ຕະຫຼາດນັດ​​ເຄື່ອງສິລະ​ປະ​ຫັດຖະກຳສາກົນຄັ້ງ​ທີ 77
(ພາບ: vietnamplus.vn)

(vovworld) – ງານ​ຕະຫຼາດນັດ​​ເຄື່ອງສິລະ​ປະ​ຫັດຖະກຳສາກົນຄັ້ງ​ທີ 77 ​ຖື​ກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 20/04, ຢູ່​ນະຄອນ Florence, ​ເຂດ Tuscani, ປະ​ເທດ​ອີ​ຕາ​ລີ. ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ດ້ວຍ 18 ຮ້ານ​ວາງສະ​ແດງ​ສິນຄ້າ ທີ່​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ, ​ເຄື່ອງ​ຕຳ​ແຜ່ນຕັດຫຍິບ ​ແລະ ບັນດາ​ຜະ​ລິດ​ຕະພັນສິນ​ໃນ​ນ້ຳ. ທ່ານ​ນາງຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ທິ​ເຟືອງ​ງາ ​ແລະ ​ເຈົ້າ​ຄອງ​ນະຄອນ Florence, Matteo Renz, ​ໄດ້​ຕັດ​​ແຖບ​ຜ້າ​ໄຂ​ງານ​ຕະຫຼາດນັດ. ຕາມ​ທ່ານ​ນາງ ຫງວຽນ​ທິ​ເຟືອງ​ງາ ​ແລ້ວ, ​ເລື່ອງ​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​​ໃສ່​ປະກອບສ່ວນ​ໂຄສະນາ​ພາບ​ພົດ, ວັດທະນະທຳ, ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ແລະ ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ອີ​ຕາ​ລີ ​ເວົ້າ​ລວມ ກໍ​ຄື​ລະຫວ່າງ​ຫວຽດນາມ ​ແລະ ​ເຂດ Tuscani ​ເວົ້າ​ສະ​ເພາະ ​ໃນ​ສະພາບ​ທີ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້ຮັບ​ການຍົກ​ລະດັບ​ຂຶ້ນ​ສູ່​ການ​ຮ່ວມ​ມື​ຍຸດ​ທະ​ສາດ ພາຍ​ຫຼັງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ອີ​ຕາ​ລີ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸກຈ້ອງ ​ເມື່ອ​ເດືອນ 1 ຜ່ານ​ມາ.







ຂ່າວ/ບົດ​ອື່ນ