( vovworld ) - ວັນທີ 22/5, ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ອົງການອະນາໄມໂລກຄັ້ງທີ 65 ( ຫຼື WHO ) ທີ່ພວມດຳເນີນໄປຢູ່ເຊີແນວ, ປະເທດສະວິດ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ Nguyen Viet Tien ໃຫ້ຮູ້ວ່າ ການຮັບໃຊ້ການແພດໃຫ້ທົ່ວປະຊາຊົນ ແມ່ນໜື່ງໃນບັນດາເປົ້າໝາຍພື້ນຖານຂອງຫວຽດນາມ, ເຊິ່ງຕາມນັ້ນແລ້ວ, ປະຊາຊົນທຸກໆຄົນຈະໄດ້ຊົມນຳໃຊ້ບັນດາການບໍລິການການແພດພື້ນຖານທີ່ມີຄຸນນະພາບ. ຄຽງຂ້າງວາລະປຶກສາຫາລືລວມ, ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມບັນດາປະເທດພາກພື້ນມະຫາສະໝຸດປາຊີຟີກຂອງ WHO. ກອງປະຊຸມສະມັດຊາໃຫຍ່ WHO ຄັ້ງທີ 65 ຈະສິ້ນສຸດລົງໃນວັນທີ 26/5.