ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມືກ່ຽວກັບຂະແໜງສານ
(VOVWORLD) - ວັນທີ 22 ກັນຍາ ທີ່ ໂຕກຽວ ປະເທດ ຍີ່ປຸ່ນ, ທ່ານປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຮ່ວາບີງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Yoko Kamikawa.
ທ່ານນາງລັດຖະມົນຕີ Yoko Kamikawa ແລະ ທ່ານ ຫງວຽນຮ່ວາບີງ (ພາບ: VTV)
|
ທ່ານນາງລັດຖະມົນຕີ Yoko Kamikawa ໃຫ້ຮູ້ວ່າ: ທ່ານນາງມີການຢ້ຽມຢາມ ຫວຽດນາມ ເມື່ອເດືອນ ພຶດສະພາ 2017, ແລະ ໄດ້ເຫັນປະຈັກຕາການພັດທະນາເສດຖະກິດຢ່າງແຮງຂອງ ຫວຽດນາມ, ພ້ອມທັງ ສະແດງຄວາມນິຍົມນັບຖືກ່ຽວກັບຜົນງານ ຊຶ່ງ ຫວຽດນາມ ຍາດໄດ້. ທ່ານນາງລັດຖະມົນຕີ Yoko Kamikawa ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ຍີ່ປຸ່ນ, ເພາະສະນັ້ນ ກະຊວງຍຸຕິທຳ ຍີ່ປຸ່ນ ຈະສືບຕໍ່ຮ່ວມມືຢ່າງຮອບດ້ານກັບ ຫວຽດນາມ ເພື່ອໜູນຊ່ວຍ ຫວຽດນາມ ປັບປຸງລະບົບກົດໝາຍຕື່ມອີກ, ພ້ອມທັງສະແດງໃຫ້ເຫັນຄວາມປາດຖະໜາຢາກໃຫ້ ຫວຽດນາມ ປະຕິບັດການປະຕິຮູບດ້ານຕຸລາການປະສົບຜົນສຳເລັດ.
ສ່ວນທ່ານປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບີງ ໃຫ້ຮູ້ວ່າ: ໃນຂອບເຂດການປະຕິບັດງານຢູ່ ຍີ່ປຸ່ນ, ທ່ານໄດ້ເຂົ້າຮ່ວມກອງປະຊຸມປະທານສານບັນດາປະເທດ ອາຊີ - ປາຊີຟິກ, ຕີລາຄາສູງຜົນສຳເລັດຂອງກອງປະຊຸມ. ທ່ານປະທານສານ ຫງວຽນຮ່ວາບີງ ຖືວ່າ: ການພົວພັນຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ພັດທະນາຢ່າງແຮງ, ພິເສດ ແມ່ນໃນຂົງເຂດເສດຖະກິດ.