ຫວຽດນາມ ແລະ ລັດເຊຍ ຊຸກຍູ້ການຮ່ວມມືດ້ານການສຶກສາເຂົ້າສູ່ລວງເລິກ

(VOVWORLD) - ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ, ວັນທີ 28 ມິຖຸນາ, ທ່ານ ຟູ່ງຊວນຍ້າ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານນາງ Olga Yurevna Vasylieva ລັດຖະມົນຕີກະຊວງສຶກສາ ແລະ ວິທະຍາສາດ ສະຫະພັນ ລັດເຊຍ
ຫວຽດນາມ ແລະ ລັດເຊຍ ຊຸກຍູ້ການຮ່ວມມືດ້ານການສຶກສາເຂົ້າສູ່ລວງເລິກ - ảnh 1  ທີ່ການເຮັດວຽກ

ທີ່ການເຮັດວຽກ, ທ່ານ ຟູງຊວນຍ້າ ສະເໜີກັບຝ່າຍ ລັດເຊຍ ກ່ຽວກັບໂຄງການຮ່ວມມືລະຫວ່າງ 2 ກະຊວງໃນໄລຍະຈະມາເຖິງ ເຂົ້າໃນຫລາຍຂົງເຂດທີ່ແຕກຕ່າງກັນ ເພື່ອແນໃສ່ບັນລຸປະສິດທິຜົນການກໍ່ສ້າງສູງກ່ວາ, ແທດຈິງກ່ວາ. ນອກນັ້ນ ທ່ານລັດຖະມົນຕີ ຟູງຊວນຍ້າ ກໍ່ສະເໜີຝ່າຍ ລັດເຊຍ ສ້າງເງື່ອນໄຂສະດວກກ່ວາອີກ ໃຫ້ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ສະຫະພັນ ລັດເຊຍ. ສ່ວນທ່ານ Olga Yurevna Vasylieva ຮັບຮູ້ ບັນດາຂໍ້ສະເໜີຂອງທ່ານ ຟູ່ງຊວນຍ້າ ກ່ຽວກັບໂຄງການຮ່ວມມືລະຫວ່າງ 2 ກະຊວງ, ພ້ອມທັງຢືນຢັນວ່າ ຈະສົມທົບກັບຝ່າຍ ຫວຽດນາມ ເພື່ອຍົກສູງຄຸນນະພາບການກໍ່ສ້າງ. 

ຕອບກັບ

ຂ່າວ/ບົດ​ອື່ນ