ຫວຽດນາມ ແລະ ອັກຊັງຕິນ ສູ້ຊົນນຳວົງເງິນການຄ້າ 2 ສົ້ນ ບັນລຸ 5 ຕື້ USD ໃນຊຸມປີຈະມາເຖິງ

(VOVWORLD) - ປີ 2017, ວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ ແລະ ອັກຊັງຕິນ ບັນລຸ 3 ຕື້ USD

ຕອນເຊົ້າວັນທີ 4 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ສະພາລົງທຶນ ສະຫະພັນ ອັກຊັງຕິນ ແລະ ກົມສົ່ງເສີມການຄ້າ ຂຶ້ນກັບກະຊວງອຸດສາຫະກຳ, ການຄ້າ ຫວຽດນາມ ຈັດຕັ້ງລາຍການພົບປະແລກປ່ຽນເຊື່ອມຕໍ່ປະຊາຄົມວິສາຫະກິດ 2 ປະເທດ.

        ນະທີ່ນີ້, ມີວິສາຫະກິດຫຼາຍແຫ່ງຂອງ ຫວຽດນາມ ມີຄວາມສົນໃຈພິເສດເຖິງບັນດາຜະລິດຕະພັນທັນຍາຫານຂອງ ອັກຊັງຕິນ ຄື: ສາລີ, ຂະໜົມໝາກທົ່ວເຫຼືອງເພື່ອຜະລິດຫົວອາຫານສັດ, ໜັງງົວຊະນິດຕ່າງໆ ເພື່ອຜະລິດເກີບໜັງ, ກະເບົາ… ປີ 2017, ວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ ແລະ ອັກຊັງຕິນ ບັນລຸ 3 ຕື້ USD. ໃນນັ້ນ, ຫວຽດນາມ ແມ່ນປະເທດນຳເຂົ້າເກີນດຸ່ນ. 2 ປະເທດຈະສູ້ຊົນຍົກວົງເງິນການຄ້າ 2 ສົ້ນບັນລຸ 5 ຕື້ USD ໃນຊຸມປີຈະມາເຖິງ. ໃນນັ້ນ, ອັກຊັງຕິນ ພວມເປີດກ້ວາງ, ສ້າງເງື່ອນໄຂໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກເຖິງແຫ່ງນີ້, ເພື່ອສ້າງຄວາມດຸ່ນດຽງໃນການພົວພັນຄ້າຂາຍ.

ຕອບກັບ

ຂ່າວ/ບົດ​ອື່ນ