ຫວຽດນາມ ​ແລະ ອາ​ຟຼິກາ​ໃຕ້ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື .

ຫວຽດນາມ ​ແລະ ອາ​ຟຼິກາ​ໃຕ້ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື . - ảnh 1
( vtv.vn )

 ວັນ ​ທີ 17/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ປະທານ​ສະພາ​ຕຳ່ ອາ​ຟຼິກາ​ໃຕ້ Max Vuyisile Sisulu ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 16 -19/11. ທີ່​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​​ແລະ​ປະທານ​ສະພາ​ຕຳ່ ອາ​ຟຼິກາ​ໃຕ້ Max Vuyisile Sisulu  ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ ​ເພື່ອ​ຫນູນ​ຊ່ວຍ​​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ການ​ຮ່ວມ​ມື​ຫລາຍ​ດ້ານ​ຂອງ​ສອງ​ປະ​ເທດ ຫວຽດນາມ ​ແລະ ອາ​ຟຼິກາ​ໃຕ້ ​ເປ​ັນຕົ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ ການ​ຄ້າ, ວັດທະນະທຳ ​ແລະ ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ. ສອງ​ຝ່າຍ​ກໍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ. ​ແລະ ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ ສະພາ​ຕຳ່ ອາ​ຟຼິກາ​ໃຕ້ Max Vuyisile Sisulu. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ຊົມ​ເຊີຍ ບັນດາ​ວິ​ສາ​ຫະກິດ    ອາ​ຟຼິກາ​ໃຕ້ ມາ​ຊອກ​ຫາ​ກາລະ​ໂອກາດ​ການ​ຮ່ວມ​ມື, ຊຸກຍູ້​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດຍາວ​ນານ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະຫນາ​ວ່າ ສອງ​ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ ​ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ເສດຖະກິດ.
ຂ່າວ/ບົດ​ອື່ນ