ຫວຽດນາມ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການເຄື່ອນໄຫວເງິນຕາ

(VOVWORLD) -ເນື້ອໃນຈຸດສຸມຂອງກອບນະໂຍບາຍເງິນຕາ ຂອງທະນາຄານແຫ່ງລັດ ຫວຽດນາມ ແມ່ນເພື່ອແນໃສ່ຊຸກຍູ້ເສດຖະກິດມະຫາພາກເປັນປົກກະຕິ ແລະ ຄວບຄຸມໄພເງິນເຟີ້.
ຫວຽດນາມ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການເຄື່ອນໄຫວເງິນຕາ - ảnh 1(ພາບປະກອບ)

ແຈ້ງການຂອງກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ວັນທີ 19 ກໍລະກົດ, ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen ໄດ້ມີການພົບປະກັບທ່ານຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ຫງວຽນທິຮົ່ງ ແບບທາງໄກ ແລະ ສອງຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນດາການເຄື່ອນໄຫວເງິນຕາ. ຕາມຖະແຫຼງການຮ່ວມຫຼັງການພົບປະແລ້ວ, ສອງຝ່າຍ ໃຫ້ຮູ້ວ່າ ເນື້ອໃນຈຸດສຸມຂອງກອບນະໂຍບາຍເງິນຕາຂອງທະນາຄານແຫ່ງລັດ ຫວຽດນາມ ແມ່ນເພື່ອແນໃສ່ຊຸກຍູ້ເສດຖະກິດມະຫາພາກເປັນປົກກະຕິ ແລະ ຄວບຄຸມໄພເງິນເຟີ້. ຖະແຫຼງການຮ່ວມກໍໄດ້ເນັ້ນໜັກວ່າ ອາເມລິກາ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ວາງໃຈບົນພື້ນຖານເຄົາລົບເຊິ່ງກັນແລະກັນ ພ້ອມກັນໃຫ້ຄຳໝັ້ນສັນຍາຮັກສາການຮ່ວມມືຢ່າງແໜ້ນແຟ້ນ.

ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ ກໍສະແດງຄວາມຊົມເຊີຍການສົນທະນາທີ່ມີລັກສະນະສ້າງສັນລະຫວ່າງກະຊວງການເງິນ ອາເມລິກາ ແລະ ທະນາຄານແຫ່ງລັດ ຫວຽດນາມ ກ່ຽວກັບນະໂຍບາຍເງິນຕາ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ. ພ້ອມກັນນັ້ນ, ກໍ່ບໍ່ພຽງແຕ່ແກ້ໄຂໄດ້ບັນດາຄວາມສົນໃຈຂອງກະຊວງການເງິນ ອາເມລິກາ  ເທົ່ານັ້ນ, ຫາກຍັງໜູນຊ່ວຍຕະຫຼາດການເງິນ ຫວຽດນາມ ໃຫ້ພັດທະນາກວ່າອີກ ແລະ ປັບປຸງຄວາມສາມາດໃນການຟື້ນຟູການເງິນ ກໍຄືເສດຖະກິດມະຫາພາກຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ