ຫວຽດນາມ ໄດ້ເລືອກເອົາຟິມຮູບເງົາ 2 ເລື່ອງເຂົ້າຮ່ວມງານມະຫາກຳຟິມຮູບເງົາສາກົນ Cannes 2018

(VOVWORLD) - ງານມະຫາກຳຟິມຮູບເງົາ Cannes ປີນີ້ຈະສ້າງໂອກາດໃຫຍ່ເພື່ອໃຫ້ຂະແໜງຟິມຮູບເງົາປະເທດຕ່າງໆຫຍັບມໍ່ເຂົ້າກັບເພື່ອນມິດສາກົນໃນທົ່ວໂລກກ່ວາເກົ່າ

ງານມະຫາກຳຟິມຮູບເງົາສາກົນ Cannes 2018 ຂອງ ຝລັ່ງ ຈະຖືກຈັດຕັ້ງແຕ່ວັນທີ 8 – 19 ພຶດສະພາ 2018. ເປັນຄັ້ງທຳອິດແຕ່ຫຼາຍປີມານີ້, ຄະນະຈັດຕັ້ງງານມະຫາກຳຟິມຮູບເງົາ Cannes ບໍ່ເຊື້ອເຊີນບັນດານັກຜະລິດຟິມຮູບເງົາດີເດັ່ນໃນໂລກເຂົ້າຮ່ວມ ຫາກ ໄດ້ສະຫງວນໂອກາດໃຫ້ບັນດານັກຜະລິດຟິມຮູບເງົາໜຸ່ມ ແລະ ບໍ່ເຄີຍຮູ້ຈັກເຖິງ. ດັ່ງນັ້ນ, ງານມະຫາກຳຟິມຮູບເງົາ Cannes ປີນີ້ຈະສ້າງໂອກາດໃຫຍ່ເພື່ອໃຫ້ຂະແໜງຟິມຮູບເງົາປະເທດຕ່າງໆຫຍັບມໍ່ເຂົ້າກັບເພື່ອນມິດສາກົນໃນທົ່ວໂລກກ່ວາເກົ່າ, ພ້ອມທັງໂຄສະນາບໍ່ພຽງແຕ່ກ່ຽວກັບຂົງເຂດຟິມຮູບເງົາເທົ່ານັ້ນ ຫາກຍັງກ່ຽວກັບການທ່ອງທ່ຽວ ແລະ ວັດທະນະທຳປະເທດຂອງຕົນອີກດ້ວຍ.

        ຫວຽດນາມ ໄດ້ສົ່ງຮູບເງົາ 2 ເລື່ອງເຂົ້າຮ່ວມງານມະຫາກຳຟິມຮູບເງົາສາກົນ Cannes 2018. ຮູບເງົາ “Angel Face” ລອດເຂົ້າບັນຊີລາຍຊື່ 15 ຟິມຮູບເງົາເພື່ອຍາດເອົາລາງວັນ Un Certain Regard.

        ຄະນະຈັດຕັ້ງງານມະຫາກຳຟິມຮູບເງົາສາກົນ Cannes 2018 ກໍ່ໄດ້ເລືອກເອົາຟິມຮູບເງົາ “Glorious Ashes” ຂອງຜູ້ກຳກັບ ບຸ່ຍທາກຈວຽນ ເປັນໜຶ່ງໃນ 15 ໂຄງການນອນໃນຂອບເຂດລາຍການ The Atelier ຢູ່ງານມະຫາກຳຟິມຮູບເງົາ ເພື່ອຮຽກຮ້ອງບັນດາຄູ່ຮ່ວມມືລົງທຶນມາຈາກທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ