ຫວຽດນາມກ່າວປະນາມຢ່າງແຮງເຫດບຸກໂຈມຕີກໍ່ການຮ້າຍຢູ່ Manchester, ອັງກິດ
(VOVWORLD) - ຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈເຖິງລັດຖະບານ, ປະຊາຊົນ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ພ້ອມກັບຄອບຄົວຜູ້ປະສົບເຄາະຮ້າຍ
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ |
ວັນທີ 23 ພຶດສະພາ, ເມື່ອໄດ້ຮັບຂ່າວກ່ຽວກັບເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນໃນວັນທີ 22 ພຶດສະພາ ຢູ່ນະຄອນ Manchester, ປະເທດ ອັງກິດ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຖືກຮັບບາດເຈັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງສານສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ Theresa May.
ແລະກໍ່ໃນວັນດຽວກັນ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:
“ຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈເຖິງລັດຖະບານ, ປະຊາຊົນ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ພ້ອມກັບຄອບຄົວຜູ້ປະສົບເຄາະຮ້າຍ. ຫວຽດນາມ ກ່າວປະນາມຢ່າງແຮງທຸກການກະທຳກໍ່ການຮ້າຍ ແລະ ຖືວ່າທຸກໆການກະທຳເຫຼົ່ານັ້ນຕ້ອງຖືກປັບໄໝ, ລົງໂທດຢ່າງເຂັ້ມງວດ. ”