ວັນທີ 3/12 ໂດຍຕອບສະຫນອງວັນສາກົນເພື່ອຄົນພິການ (3/12) ຢູ່ ຮ່າໂນ້ຍ,ສະຫະພັນກ່ຽວກັບຄົນພິການຫວຽດນາມ ໄດ້ຈັດງານຊຸມນຸມມິດຕິງ, ການພົບປະແລກປ່ຽນ, ງານຕະຫລາດນັດ ແລະ ພົວພັນຕິດຕໍ່ວຽກເຮັດງານທຳໃຫ້ແກ່ຄົນພິການ. ທ່ານ ຫງວຽນຮູຍບານ ເລຂາທິການໃຫຍ່ສະຫະພັນດັ່ງກ່າວຖືວ່າ: ເພື່ອໃຫ້ຄົນພິການມີຄວາມເຊື່ອໝັ້ນດ້ວຍຕົນເອງເພື່ອເຊື່ອມໂຍງເຂົ້າກັບວົງຄະນາຍາດ ແລະ ສູ້ຊົນບື່ນຕົວຂຶ້ນ, ຄວນມີການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ. ທ່ານບານກ່າວຕໍ່ໄປວ່າ:
“ຄວາມຫຍຸ້ງຍາກທີ່ສຸດໃນປະຈຸບັນ ແມ່ນສະຕິຄວາມຮັບຮູ້ຂອງທຸກຄົນໃນສັງຄົມ ບໍ່ທັນເຂົ້າໃຈຢ່າງຈະແຈ້ງກ່ຽວກັບບັນດານະໂຍບາຍຂອງພັກ, ລັດ ແລະ ບໍ່ທັນມີຄວາມຮັບຜິດຊອບເພື່ອເຫັນອົກເຫັນໃຈ, ຊ່ວຍເຫລືອຄົນພິການ. ສະນັ້ນ ພວກຂ້າພະເຈົ້າຈະສົມທົບກັບບັນດາຄະນະ, ຂະແຫນງການເພື່ອໂຄສະນາຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ປະຊາຊົນ, ຫລັງຈາກນັ້ນ ອຳນາດການປົກຄອງທຸກຂັ້ນຄວນສ້າງເງື່ອນໄຂສະດວກໃຫ້ເຂົາເຈົ້າ. ສ່ວນຄົນພິການກໍຕ້ອງບື່ນຕົວຂຶ້ນ. “
ເນື່ອງໃນໂອກາດວັນສາກົນເພື່ອຄົນພິການ, ທ່ານເລຂາທິການໃຫຍ່ ສປຊ Bankimun ໄດ້ອອກສານຮຽກຮ້ອງໃຫ້ບັນດາລັດຖະບານ, ສັງຄົມ ແລະ ປະຊາຄົມສາກົນ ພ້ອມກັນເຄື່ອນໄຫວເພື່ອຄົນພິການ ແນໃສ່ບັນລຸການພັດທະນາຮອບດ້ານ, ໝັ້ນຄົງ ແລະ ສະເໝີພາບໃນທົ່ວໂລກ. ເນື່ອງໃນໂອກາດນີ້, ອົງການສາກົນເພື່ອຄົນພິການກໍ່ໄດ້ຮຽກຮ້ອງໃຫ້ປະຊາຊາດ, ບັນດາອົງການສິດທິມະນຸດ ສປຊ ແລະ ບັນດາພາກສ່ວນໃນສັງຄົມເພີ່ມທະວີຄວາມເອົາໃຈໃສ່ເຖິງຄົນພິການ, ຮັບປະກັນທຸກການກະທຳສອດຄອ່ງກັບສົນທິສັນຍາກ່ຽວກັບສິດຂອງຄົນພິການ./.