ຫວຽດນາມຈັດສົ່ງພົນລະເມືອງ ຫວຽດນາມ ຈຳນວນ 240 ຄົນຈາກ ໄຕ້​ຫວັນ (ຈີນ) ກັບຄຶນປະເທດ

(VOVWORLD) -ພາຍຫຼັງລົງຈອດຢ່າງປອດໄພຢູ່ສະໜາມບິນສາກົນ ກາມແຣງ, ຜູ້ໂດສານທຸກຄົນໃນຖ້ຽວບິນໄດ້ຮັບການກວດສຸຂະພາບ ແລະ ສົ່ງໄປຍັງຮາກຖານແຍກຕົວຕາມຂໍ້ກຳນົດ.
ຫວຽດນາມຈັດສົ່ງພົນລະເມືອງ ຫວຽດນາມ ຈຳນວນ 240 ຄົນຈາກ ໄຕ້​ຫວັນ (ຈີນ) ກັບຄຶນປະເທດ - ảnh 1ພາບປະກອບ: dangcongsan.vn

ໃນວັນທີ 16 ພະຈິກ, ອົງການທີ່ມີໜ້າທີ່ຂອງ ຫວຽດນາມ ແລະ ອົງການທີ່ມີໜ້າທີ່ຂອງ ໄຕ້ຫວັນ (ຈີນ) ໄດ້ສົມທົບກັນປະຕິບັດສອງຖ້ຽວບິນເພື່ອຈັດສົ່ງພົນລະເມືອງ ຫວຽດນາມ ກ່ວາ  240 ຄົນຈາກ ໄຕ້ຫວັນ (ຈີນ) ກັບຄືນປະເທດ. ຜູ້ໂດຍສານໃນຖ້ຽວບິນລວມມີຜູ້ອາຍຸສູງ, ຄົນເຈັບເປັນ ແລະ ບໍ່ແຂວງແຮງ, ຜູ້ຍິງຖືພາ, ແຮງງານທີ່ໝົດອາຍຸສັນຍາແຮງງານ, ນັກຮຽນ, ນັກສຶກສາທີ່ໄດຮຽນຈົບ ແລະ ບາງກໍລະນີທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດອື່ນໆ.

ພາຍຫຼັງລົງຈອດຢ່າງປອດໄພຢູ່ສະໜາມບິນສາກົນ ກາມແຣງ, ຜູ້ໂດສານທຸກຄົນໃນຖ້ຽວບິນໄດ້ຮັບການກວດສຸຂະພາບ ແລະ ສົ່ງໄປຍັງຮາກຖານແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ