ຫວຽດນາມ-ຈີນເຈລະຈາກ່ຽວກັບເຂດທະເລນອກອ່າວພາກເໜືອແລະການຮ່ວມມືພ້ອມກັນພັດທະນາຢູ່ທະເລ

(VOVWORLD) -ໃນລະຫວ່າງວັນທີ 25 – 26 ທັນວາ, ຢູ່ປັກກິ່ງ, ປະເທດຈີນ, ໄດ້ດຳເນີນຮອບເຈລະຈາຄັ້ງທີ 12 ກຸ່ມປະຕິບັດງານກ່ຽວກັບເຂດທະເລຢູ່ນອກເຂດອ່າວພາກເໜືອ ແລະ ຮອບທີ 9 ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາທາງທະເລລະຫວ່າງຫວຽດນາມ - ຈີນ.

2 ຝ່າຍໄດ້ຢືນຢັນເຖິງການປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງ 2 ປະເທດຢ່າງເຂັ້ມງວດ, ໃນນັ້ນມີຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາຢູ່ທະເລປີ 2011 ແລະ ການຊີ້ນຳຂອງຫົວໜ້າຄະນະເຈລະຈາຂັ້ນລັດຖະບານກ່ຽວກັບຊາຍແດນ, ຜືນແຜ່ນດິນ. 2 ຝ່າຍໄດ້ເຫັນດີບົນພື້ນຖານທີ່ໄດ້ເຫັນດີເປັນເອກະພາບນຳກັນ, ອີງໃສ່ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເຊິ່ງ 2 ປະເທດລ້ວນແຕ່ແມ່ນສະມາຊິກ; ມານະພະຍາຍາມຊຸກຍູ້ການເຈລະຈາກຳນົດແບ່ງເຂດທະເລຢູ່ເຂດນອກອ່າວພາກເໜືອ ແລະ ການຮ່ວມມືເພື່ອພ້ອມກັນພັດທະນາຢູ່ທະລາຕາເວັນອອກ ໃຫ້ບັນລຸໄດ້ຄວາມຄືບໜ້າ.

          2 ຝ່າຍໄດ້ເຫັນດີຈັດຕັ້ງຮອບເຈລະຈາທີ 13 ກຸ່ມປະຕິບັດງານກ່ຽວກັບເຂດທະເລຢູ່ນອກເຂດອ່າວພາກເໜືອ ແລະ ຮອບທີ 10 ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືເພື່ອພ້ອມກັນພັດທະນາທາງທະເລຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ