ຫວຽດນາມຍາດໄດ້ ຜົນງານສູງ ໃນການສອບເສັງ ໂອລິມປິກສາກົນ ວິຊາເຄມີສາດປີ 2012
Nguyen Viet Hoang ນັກຮຽນສັງກັດໂຮງຮຽນມັດທະຍົມຕອນປາຍ HັaNoi-Amsterdam ສາມາດຄ້ວາໄດ້ຫຼຽນເງິນ (ພາບ: Internet)
|
Vovworld- ຕາມຂ່າວຈາກກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມແລ້ວ, ຄະນະນັກຮຽນຫວຽດນາມລວມ 4 ຄົນທີ່ເຂົ້າຮ່ວມການສອບເສັງໂອລິມປິກສາກົນວິຊາເຄມີສາດປີ 2012 ລ້ວນແຕ່ຍາດໄດ້ຫຼຽນລາງວັນ ຊຶ່ງລວມມີ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງແດງ. ໃນນັ້ນ ຫຼຽນຄຳແມ່ນໄດ້ແກ່ນັກຮຽນ Pham Dang Huy ສັງກັດໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ເຈີນຟູ້ ນະຄອນຫາຍຟ່ອງ. ການສອບເສັງໂອລິມປິກສາກົນວິຊາເຄມີສາດປີ 2012 ຖືກຈັດຂຶ້ນຢູ່ສະຫະລັດອາເມລິກາ ແຕ່ວັນທີ 21 – 30/7 ໂດຍມີການເຂົ້າຮ່ວມຂອງນັກຮຽນທີ່ມາຈາກ 72 ປະເທດ ແລະເຂດແຄ້ວນ ໃນໂລກ.