ຫວຽດນາມຍາດໄດ້ລາງວັນທີ່ການແຂ່ງຂັນກາເຟບົດສາກົນຄັ້ງທີ1

ຫວຽດນາມຍາດໄດ້ລາງວັນທີ່ການແຂ່ງຂັນກາເຟບົດສາກົນຄັ້ງທີ1 - ảnh 1

(vovworld)- ກ​າ​ເຟ Aroma ແລະ Intensity ຂອງ​ບໍ​ລິ​ສັດ Sobica J.S.C. ຫວຽດ​ນາມ ຍາດ​ໄດ້​ວາງວັນ​ທີ່​ການ​ແຂ່ງ​ຂັນດ້ວຍ​ຫົວ​ຂໍ້​ວ່າ: “ການ​ແຂ່ງ​ຂັນ​ສາ​ກົນ​ຄັ້ງ​ທີ 1 ​ກ່ຽວ​ກັບກາ​ເຟ​​​ບົດ​ຢູ່​ບັນ​ດາ​ປະ​ເທດ​ຜະ​ລິດ​ກາ​ເຟ” ໂດຍ ສະ​ຫະ​ສະ​ມາ​ຄົມ​ຍົກ​ສູງ​​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ ຝ​ລັ່ງ ຈັດ​ຕັ້ງ​ຂຶ້ນ. ພິ​ທີ​ມອບ​ລາງວັນ​ດຳ​ເນີນ​ໄປ​​ເວ​ລາ​ຜ່ານ​ມາ   ຢູ່ ສຳ​ນັກ​ງານ​ການ​ປົກ​ຄອງ ເມືອງ 4 ນະ​ຄອນ ປາ​ຣີ. ທ່ານ​ນາງ ຫວູ​ທິ​ທູ​ຮັ່ງ, ຜູ້​ອຳ​ນວຍ​ການ​ພັດ​ທະ​ນາ​ຕະ​ຫລາດ​ຂອງ​ບໍ​ລິ​ສັດ Sobica ໃຫ້​ຮູ້​ວ່າ: ຜະ​ລິດ​ຕະ​ພັນ​ກາ​ເຟ ທັງ​ສອງ​​ຢ່າງຍາດ​ໄດ້​ວາງວັນ​​ລ້ວນ​ແຕ່​ມີ​ຕົ້ນ​ກຳ​ເນີດ​ຢູ່ ໄຕ​ງວຽນ ໃນ​ນັ້ນ ຜະ​ລິດ​ຕະ​ພັນ Aroma ແມ່ນ​ການ​ປະ​​ສົມ​​ຂອງ​ປະ​ເພດ​ກາ​ເຟ  Arabica ແຊ​ບ​ທີ່​ສຸດ​ຂອງ​ຫວຽດ​ນາມ ແລະ ກາ​ເຟ Intensity ແມ່ນ​ການ​ປະ​ສານ​ສົມ​ທົບ​ຂອງ​ກາ​ເຟ Arabica ດາ​ລາດ ແລະ Robusta ບວນ​ມາ​ທວດ. ກ່າວ​ຄຳ​ເຫັນ​ນະ​ພິ​ທີມອບ​ລາ​ງວັນ, ທ່ານ Philippe Juglar, ປະ​ທານ ສະ​ຫະ​ສະ​ມາ​ຄົມ​ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ ຝ​ລັ່ງ ຕີ​ລາ​ຄາ​ສູງ​ຄຸນ​ນະ​ພາບ​ກາ​ເຟ​ຫວຽດ​ນາມ ແລະ ຢືນ​ຢັນ ວ່າ ດ້ວຍ​ລົດ​​ຫອ​ມ ສະ​ນັ້ນ​ໄດ້​ເຮັດ​ໃຫ້ກາ​ເຟ​ຫວຽດ​ນາມ ຍາດ​ໄດ້​ລາງວັນ​ໃນ​ການ​ແຂ່ງ​ຂັນ​​ກາ​ເຟ​ມີ​ຄຸນ​ນະ​ພາບ​ຊັ້ນ​ນຳ​ຂອງ​ບັນ​ດາປະ​ເທດ​ອື່ນໃນ​ໂລກ.

ຂ່າວ/ບົດ​ອື່ນ