ຫວຽດນາມຕັ້ງໜ້າຮ່ວມມືກັບບັນດາປະເທດປ້ອງກັນ,ຕ້ານອາດຊະຍາກຳຄ້າຂາຍຢາເສບຕິດ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ
|
(vovworld) - ວັນທີ 18/1, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງວັນທີ 18/1, ອິນໂດເນເຊຍ ປະຕິບັດຄຳຕັດສິນການປະຫານຊີວິດສຳລັບພົນລະເມືອງ ຫວຽດນາມ ເຈີ່ນທິບີກແຫ້ງ ຍ້ອນຂົນສົ່ງຢາເສບຕິດຢ່າງຜິດກົດໝາຍ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ, ໃຫ້ຮູ້ວ່າ: ຫວຽດນາມ ເດັດດຽວຕັດສິນລົງໂທດບັນດາການກະທຳຄ້າຂາຍ, ຂົນສົ່ງຢາເສບຕິດຢ່າງເຂັ້ມງວດ ທັງແມ່ນປະເທດຍາມໃດກໍ່ຕັ້ງໜ້າຮ່ວມມືກັບປະເທດຕ່າງໆໃນການຕໍ່ສູ້, ປ້ອງກັນ, ຕ້ານບັນດາອາດຊະຍາກຳກ່ຽວກັບຢາເສບຕິດ. ກ່ຽວຂ້ອງເຖິງເລື່ອງ ເຈີ່ນທີບີກແຫ້ງ ຖືກຝ່າຍ ອິນໂດເນເຊຍ ປະຕິບັດຄຳຕັດສິນລົງໂທດຍ້ອນຂົນສົ່ງຢາເສບຕິດຢ່າງຜິດກົດໝາຍເຂົ້າ ອິນໂດເນເຊຍ, ນັບແຕ່ເດືອນ 6/2011 ມາຮອດປະຈຸບັນ, ການນຳຂັ້ນສູງ, ບັນດາອົງການກ່ຽວຂ້ອງ ແລະ ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ແລກປ່ຽນ, ເຮັດວຽກເປັນຫຼາຍຄັ້ງ, ຮຽກຮ້ອງໃຫ້ຝ່າຍ ອິນໂດເນເຊຍ ຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ຫວຽດນາມ ໃຫ້ຖືກຕາມບັນດາຂໍ້ກຳນົດຂອງກົດໝາຍ ແລະ ພິຈາລະນາຫລຸດຜ່ອນໂທດບົນຈິດໃຈມະນຸດສະທຳ. ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ກໍ່ປະຕິບັດບັນດາມາດຕະການປົກປ້ອງທີ່ຈຳເປັນສຳລັບກໍລະນີດັ່ງກ່າວ.