(ພາບປະກອບ ອິນເຕີແນດ)
(vovworld) – ທ້າຍອາທິດຜ່ານມາ, ພ້ອມກັບຜູ້ຕາງໜ້າຂອງ 85 ປະເທດ ແລະ 4 ອົງການຈັດຕັ້ງສາກົນ. ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມທົ່ວໂລກກ່ຽວກັບຕ້ານກໍ່ການຮ້າຍນິວຄະເລຍ (GICNT) ຄັ້ງທີ 8, ເຊິ່ງຈັດຕັ້ງຢູ່ ເມຊີໂກ. ກ່າວຄວາມເຫັນທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມຕີລາຄາສູງບັນດາຜົນງານຂອງ GICNT ໃນການເຕົ້າໂຮມຄວາມມານະພະຍາຍາມລວມຂອງປະຊາຄົມໂລກ ເພື່ອຮັບມືກັບໄພກໍ່ການຮ້າຍນິວຄະເລຍ, ພ້ອມທັງຢືນຢັນຈະສະໜັບສະໜູນການເຄື່ອນໄຫວທັງໝົດທີ່ດຳເນີນໃນຂອບເຂດ GICNT. ຄະນະຜູ້ແທນຫວຽດນາມ ຍັງເນັ້ນໜັກເຖິງບົດບາດຂອງສະຫະປະຊາຊາດໃນບັ້ນຮົບຕ້ານກໍ່ການຮ້າຍ, ແລະ ຢືນຢັນເຖິງບົດບາດຈຸດສູມຂອງອົງການພະລັງງານປະລະມານູສາກົນ (IAEA) ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມປອດໄພດ້ານນິວຄະເລຍ ແລະ ການຮ່ວມມືສາກົນດ້ານນິວຄະເລຍ.