ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນກວ່າ4ລ້ານເທື່ອຄົນໃນ5ເດືອນຕົ້ນປີ2016
(ພາບປະກອບຈາກອິນເຕີແນັດ)
(vovworld) - ກົມໃຫຍ່ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ, ຈຳນວນນັກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ໃນເດືອນ 05/2016 ຄາດວ່າຈະບັນລຸ 757.000 ເທື່ອຄົນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015. ເມື່ອຄິດໄລ່ລວມແລ້ວ, ໃນ 5 ເດືອນຕົ້ນປີ 2016, ມີນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ບັນລຸປະມານ 4 ລ້ານເທື່ອຄົນ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015. ຕະຫຼາດນັກທ່ອງທ່ຽວສາກົນເກືອບທັງໝົດລ້ວນແຕ່ເພີ່ມຂຶ້ນ, ໃນນັ້ນມີນັກທ່ອງທ່ຽວມາຈາກບັນດາປະເທດອີຕາລີ, ອັງກິດ, ແອັດສະປາຍ, ເຢຍລະມັນ, ຝລັ່ງ.
ໃນຂະນະນັ້ນ, ຕາມ “ບົດລາຍງານສະພາບການຕະຫຼາດພັກຜ່ອນບຳລຸງສຸຂະພາບຫວຽດນາມ ໃນເຄິ່ງຕົ້ນປີ 2016”, ຂອງກຸ່ມບໍລິສັດສະໜອງການບໍລິການອະສັງຫາລິມະຊັບໂລກ Savills, ມີນັກທ່ອງທ່ຽວສາກົນກວ່າ 70% ໄດ້ເລືອກມາທ່ອງທ່ຽວທະເລຢູ່ຫວຽດນາມ ໃນເວລາພັກຜ່ອນ. ນັກທ່ອງທ່ຽວສາກົນສ່ວນຫຼາຍແມ່ນມາຈາກ ອາເມລິກາ, ເອີລົບ, ລັດເຊຍ ແລະ ຈີນ.