ຫວຽດນາມຖືອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ

(VOVWORLD) -ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ໄດ້ໃຫ້ການຕ້ອນຮັບທ່ານ ຈອນເຄຣີ ອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມແຕ່ວັນທີ 10 ຫາວັນທີ 11 ມັງກອນປີ 2018
ຫວຽດນາມຖືອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຝ້າມບີງມິນ ແລະ ທ່ານ ອະດີດລັດຖະມົນຕີການຕ່າງປະເທດ ຈອນເຄຣີ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ຢືນຢັນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ ແລະ ຫວັງສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຍາວນານ, ເປັນປົກກະຕິກັບອາເມລິກາ ບົນພື້ນຖານຫຼັກການເຄົາລົບລະບອບການເມືອງຂອງກັນ.

    ສ່ວນທ່ານ ຈອນແຄຣີ ອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ       ຢືນຢັນວ່າ ເຖິງວ່າໃນຖານະຕຳແໜ່ງໃດໆກໍຕາມ, ທ່ານຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນວິວັດການຊຸກຍູ້ສາຍພົວພັນລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ