ຫວຽດນາມຖືເປັນສຳຄັນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບກັບຈີນ

ຫວຽດນາມຖືເປັນສຳຄັນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບກັບຈີນ - ảnh 1
ທ່ານ​ດິງ​ເທ້​ຮີງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ ຂົງ​ຊຽວ​ຢຸງ ເຂົ້າ​ຢ້ຽມ​ຄຳ​ນັບ

(vovworld)- ວັນ​ທີ 5/10, ຢູ່​ຮ່າ​ໂນ້ຍ, ທ່ານ​ດິງ​ເທ້​ຮີງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ ຂົງ​ຊຽວ​ຢຸງ ເຂົ້າ​ຢ້ຽມ​ຄຳ​ນັບ. ທ່ານ​ດິງ​ເທ້​ຮີງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊີ້​ແຈ້ງວ່າ : ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ, ເປັນຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ຈີນ. ທ່ານ​ດິງ​ເທ້​ຮີງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມສະ​ເໜີ 2 ຝ່າຍສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂັ້ນ​ສູງ, ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ. ສ່ວນທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ ຂົງ​ຊຽວ​ຢຸງ ຢືນ​ຢັນ​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ​ຈີນ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ແລະ ຫວັງ​ພ້ອມ​ກັບ​ຝ່າຍ​ຫວຽດ​ນາມ​ຮັກ​ສາ​ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ສູງ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ນຳ​ການ​ພົວ​ພັນ​ຄ່​ູ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ສົດ​ໃສ, ເປັນ​ປົກ​ກະ​ຕິ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ