ຫວຽດນາມ-ລາຊະອານາຈັກອັງກິດຍູ້ແຮງການຮ່ວມມືໃນຂົງເຂດຮັກສາສັນຕິພາບ

(VOVWORLD) -ໃນລະຫວ່າງວັນທີ 16 - 20 ພຶດສະພາ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍພົນໂທ ຟ້າມຫງັອກມິງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ອັງກິດ. 

ຫວຽດນາມ-ລາຊະອານາຈັກອັງກິດຍູ້ແຮງການຮ່ວມມືໃນຂົງເຂດຮັກສາສັນຕິພາບ - ảnh 1 ຫວຽດນາມ-ລາຊະອານາຈັກອັງກິດຍູ້ແຮງການຮ່ວມມືໃນຂົງເຂດຮັກສາສັນຕິພາບ

(ພາບ: vietnamplus.vn)

ເມື່ອຕອບສຳພາດຕໍ່ສຳນັກຂ່າວສານຫວຽດນາມ, ພົນໂທ ຟ້າມຫງັອກມິງ ໃຫ້ຮູ້ວ່າ, ການຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງປ້ອງກັນປະເທດອັງກິດ ກໍຄືກອງບັນຊາການທະຫານປະສົມອັງກິດ, ເພື່ອແນໃສ່ສືບຕໍ່ຢືນຢັນຄືນໃໝ່ເລື່ອງ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບໂຮງໝໍເສນາຮັກຊັ້ນ 2 ຢູ່ຊູດັງໃຕ້ ໂດຍລາຊະອານາຈັກອັງກິດ ຮັບຜິດຊອບໜ້າທີ່ໃນໄຕມາດທີ 2 ປີ 2018. ຝ່າຍຫວຽດນາມ ກໍສະເໜີໃຫ້ອັງກິດ ມີທັດສະນະໃນສະຫະປະຊາຊາດເພື່ອສະໜັບສະໜູນຫວຽດນາມ ຕ້ອນຮັບໂຮງໝໍເສນາຮັກຊັ້ນ 2. ທີ່ບັນດາກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບການຮັບປະກັນພະລາທິການ, ຮັບປະກັນດ້ານເຕັກນິກ ແລະ ວິວັດການເຈລະຈາກັບສະຫະປະຊາຊາດ ກໍ່ຄືປະເທດປະຈຳຖິ່ນ ເພື່ອໃຫ້ວຽກງານມອບຮັບໂຮງໝໍເສນາຮັກຊັ້ນ 2 ຢູ່ຊູດັງໃຕ້ ດຳເນີນໄປຢ່າງສະດວກກວ່າ ແລະ ຝ່າຍອັງກິດ ໄດ້ຢືນຢັນວ່າ ຈະສ້າງທຸກເງື່ອນໄຂສະດວກທີ່ສຸດເພື່ອໃຫ້ການມອບຮັບໂຮງໝໍເສນາຮັກຊັ້ນ 2 ຢູ່ຊູດັງໃຕ້ ບັນລຸປະສິດທິຜົນດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ