ຫວຽດນາມ-ລາວຊຸກຍູ້ການຮ່ວມມືໃນວຽກງານສະມາຊິກສະພາແຫ່ງຊາດ
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ -  
(ຫວຽດນາມ-ລາວຊຸກຍູ້ການຮ່ວມມື
ໃນວຽກງານສະມາຊິກສະພາແຫ່ງຊາດ)
(vovworld) - ວັນທີ 13/07, ທີ່ສຳນັກງານສະພາແຫ່ງຊາດລາວ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຄະນະປະຕິບັດງານສະມາຊິກສະພາແຫ່ງຊາດຫວຽດນາມ ມີການພົບປະເຈລະຈາກັບຄະນະຜູ້ແທນສະຖາບັນຄົ້ນຄວ້າດ້ານກົດໝາຍຂອງສະພາແຫ່ງຊາດລາວ. ການເຄື່ອນໄຫວຖືກດຳເນີນໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງຄະນະແຕ່ວັນທີ 13 – 15/07. ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ; ປຶກສາຫາລືແຜນການຝຶກອົບຮົມໃຫ້ໄລຍະ 2016 – 2020 ແລະ ແຜນການສົມທົບກັນລະຫວ່າງສູນຝຶກອົບຮົມຂອງສະພາແຫ່ງຊາດລາວ ແລະ ສູນບຳລຸງສະມາຊິກສະພາແຫ່ງຊາດຂອງສະພາແຫ່ງຊາດຫວຽດນາມ ໃນແຕ່ລະປີເພື່ອບຳລຸງໃຫ້ສະມາຊິກສະພາແຫ່ງຊາດລາວ.
ແລະກໍໃນວັນດຽວກັນ, ສູນຝຶກອົບຮົມສະມາຊິກສະພາແຫ່ງຊາດຂອງສະຖາບັນຄົ້ນຄວ້າສ້າງກົດໝາຍສັງກັດຄະນະປະຈຳສະພາແຫ່ງຊາດລາວ ແລະ ສູນບຳລຸງສະມາຊິກສະພາແຫ່ງຊາດຂອງສະພາແຫ່ງຊາດ ຄະນະປະຕິບັດງານສະມາຊິກສະພາແຫ່ງຊາດສັງກັດຄະນະປະຈຳສະພາແຫ່ງຊາດຫວຽດນາມ ພ້ອມກັນລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ 2 ຫົວໜ່ວຍ. ເຊິ່ງຕາມນັ້ນແລ້ວ, 2 ຝ່າຍສືບຕໍ່ເປັນເສນາທິການໃນການສ້າງຮ່າງເນື້ອໃນຂໍ້ຕົກລົງຮ່ວມມືກ່ຽວກັບການຝຶກອົບຮົມສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນລາວ.
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ