ຫວຽດນາມວາງຄາດໝາຍມີຜູ້ອອກແຮງງານ 29 ລ້ານຄົນເຂົ້າຮ່ວມປະກັນສັງຄົມ ໃນປີ 2020
ຫວຽດນາມ ວາງຄາດໝາຍມີຜູ້ອອກແຮງງານ 29 ລ້ານຄົນ
ເຂົ້າຮ່ວມປະກັນສັງຄົມ ໃນປີ 2020
(ພາບ: radiovietnam.vn)
(vovworld) - ຕອນເຊົ້າວັນທີ 12/3, ຢູ່ຮ່າໂນ້ຍ, ຄະນະກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ສົມທົບກັບກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມແລະປະກັນສັງຄົມຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ ມຸ່ງໄປເຖິງຄາດໝາຍຮັບປະກັນຊີວິດສັງຄົມໃຫ້ປະຊາຊົນຜ່ານການຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມ”. ເພື່ອຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາໃນປີ 2014, ບັນດາຜູ້ແທນຖືວ່າ: ຄວນມີນະໂຍບາຍສົ່ງເສີມ, ໜູນຊ່ວຍຄົນງານໃນຂົງເຂດບໍ່ເປັນທາງການເຂົ້າຮ່ວມປະກັນສັງຄົມດ້ວຍຄວາມສະໝັກໃຈ, ຮັບປະກັນຄວາມດຸ່ນດ່ຽງໃຫ້ກອງທຶນປະກັນສັງຄົມ, ປັບປຸງວິທີການຄິດໄລ່ເງິນເດືອນສຳລັບຜູ້ກິນເບ້ຍບຳນານບົນຫຼັກການ ລະດັບຊົມໃຊ້ຕ້ອງອີງໃສ່ລະດັບປະກອບສ່ວນ ແລະ ເພີ່ມເວລາເສຍຄ່າປະກັນສັງຄົມ ເພື່ອຮັບປະກັນຄວາມດຸ່ນດ່ຽງກ່ຽວກັບເວລາຊົມໃຊ້ປະກັນສັງຄົມຂອງຄົນງານ. ທ່ານນາງເຈືອງທິມາຍ, ຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ :
“ພາຍຫຼັງກົດໝາຍນີ້ມີຜົນສັກສິດນັບແຕ່ວັນທີ 01/01/2016 ຈະສືບຕໍ່ມີບັນດາມາດຕະການແກ້ໄຂເພື່ອເປີດກວ້າງເປົ້າໝາຍ. ສິ່ງສຳຄັນທີ່ສຸດໃນປະຈຸບັນແມ່ນມີຜູ້ອອກແຮງງານ 29 ລ້ານຄົນເຂົ້າຮ່ວມປະກັນສັງຄົມໃນປີ 2020. ສະນັ້ນ, ພວກເຮົາສືບຕໍ່ສ້າງເງື່ອນໄຂໃຫ້ພະນັກງານບໍ່ສະເພາະກິດ, ເປົ້າໝາຍບໍ່ເປັນທາງການເຂົ້າຮ່ວມປະກັນສັງຄົມ ດ້ວຍການໜູນຊ່ວຍຂອງລັດ”.
ໄລ່ຮອດທ້າຍປີ 2014, ທົ່ວປະເທດມີປະຊາຊົນກວ່າ 11 ລ້ານຄົນເຂົ້າຮ່ວມປະກັນສັງຄົມ, ກວມກວ່າ 70% ຈຳນວນຜູ້ອອກແຮງງານທີ່ຕ້ອງເຂົ້າຮ່ວມປະກັນສັງຄົມຕາມຂໍ້ກຳນົດຂອງກົດໝາຍ.