ກອງປະຊຸມສະຫລຸບ 25 ປີແຫ່ງການດຶງດູດການລົງທຶນໂດຍກົງ
ຈາກຕ່າງປະເທດ (FDI)
ພາບ:internet
|
(vovworld)- ກອງປະຊຸມສະຫລຸບ 25 ປີແຫ່ງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຖືກໄຂຂຶ້ນຢູ່ຮ່າໂນ້ຍໃນວັນທີ 27/3. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈງວ່າ: ພຶດຕິກຳຕົວຈິງໃນ 25 ປີຜ່ານມາໃຫ້ເຫັນວ່າ ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດແມ່ນແຜນນະໂຍບາຍອັນຖືກຕອ້ງ, ໄດ້ປະກອບສ່ວນປະຕິບັດຫລາຍຈຸດໝາຍພັດທະນາເສດຖະກິດສັງຄົມສຳຄັນຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃຫ້ຮູ້ວ່າ: ພັກ, ລັດ, ລັດຖະບານ ຫວຽດນາມ ຈະສືບຕໍ່ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນໃຫ້ແຂງແຮງກວ່າອີກ, ສ້າງເງື່ອນໄຂສະດວກກວ່າເພື່ອດຶງດູດ ແລະ ນຳໃຊ້ແຫລ່ງເງິນລົງທຶນຈາກຕ່າງປະເທດຢ່າງມີປະສິດທິຜົນ, ສືບຕໍ່ສ້າງສຳເລັດກົນໄກການຕະຫລາດ, ປະຕິຮູບລະບຽບການບໍລິຫານ, ລະບົບການເງິນ, ທະນາຄານ. ເພື່ອປະຕິບັດບັນດາຈຸດໝາຍດັ່ງກ່າວເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີວ່າ:
“ກ່ອນອື່ນໝົດ ຕ້ອງສືບຕໍ່ຍູ້ແຮງການປະຕິຮູບດ້ານບໍລິຫານ, ເປັນຕົ້ນແມ່ນລະບຽບການບໍລິຫານ. ທີສອງ ຮີບເຮ່ັງສ້າງບັນດາເອກະສານນິຕິກຳໃຫ້ສົມບູນແບບ, ສ້າງກົນໄກນະໂຍບາຍກ່ຽວກັບການລົງທຶນຕາມທິດສະດວກກວ່າ ແລະ ມີລັກສະນະແກ້ງແຍ່ງສູງກວ່າເມື່ອທຽບໃສ່ບັນດາປະເທດໃນພາກພື້ນ ພ້ອມກັນນັ້ນ ຕ້ອງມີນະໂຍບາຍບຸລິມະສິດສູງ, ມີຄວາມດູດດື່ມຢ່າງພຽງພໍສຳລັບພື້ນຖານໂຄງລ່າງເສດຖະກິດສັງຄົມທີ່ມີຂອບຂະຫນາດໃຫຍ່ຈຳນວນຫນຶ່ງ.”